ພິທີມອບລາງວັນຊາວໜຸ່ມ
ເປັນແບບຢ່າງທີ່ດີເດັ່ນ ຫວຽດນາມ ປີ 2015
(ພາບອິນເຕີແນັດ)
(vovworld) - ຕອນຄ່ຳວັນທີ 21/03 ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງແຫ່ງລາງວັນຊາວໜຸ່ມເປັນແບບຢ່າງທີ່ດີເດັ່ນ ຫວຽດນາມ 20 ປີ ແລະ ມອບລາງວັນຊາວໜຸ່ມເປັນແບບຢ່າງທີ່ດີເດັ່ນ ຫວຽດນາມ ປີ 2015 ໃຫ້ 10 ຄົນ ນີ້ແມ່ນລາງວັນຂອງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ທີ່ມອບໃຫ້ບັນດາຊາວໜຸ່ມເປັນແບບຢ່າງທີ່ດີເດັ່ນ ເຊິ່ງມີຜົນງານ ແລະ ການອຸທິດສ່ວນພົ້ນເດັ່ນທີ່ສຸດໃນປີ 2015 ໃນບັນດາຂົງເຂດການຮ່ຳຮຽນ, ການຄົ້ນຄວ້າວິທະຍາສາດ, ການອອກແຮງງານທຳການຜະລິດ, ການບໍລິຫານວິສາຫະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ - ຄວາມເປັນລະບຽບຮຽບຮ້ອຍ, ວັດທະນະທຳ - ສິລະປະ, ກິລາ, ການເຄື່ອນໄຫວດ້ານສັງຄົມ - ການກຸສົນ. ໃນຕະຫລອດ20 ປີຜ່ານມາ, ລາງວັນໄດ້ເຊີດຊູຊາວໜຸ່ມທີ່ດີເດັ່ນ 200 ຄົນ. ອ້າຍ ຫງວຽນດັກ ວີງ ເລຂາທີ 1 ສູນກາງຊາວໜຸ່ມ ໃຫ້ຮູ້ວ່າ:
“ລາງວັນຊາວໜຸ່ມເປັນແບບຢ່າງທີ່ດີເດັ່ນ ແມ່ນລາງວັນອັນສູງສົ່ງຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ທີ່ມີຜົນງານດີເດັ່ນທີ່ສຸດ. ໃນ 20 ປີຜ່ານມາ, ວຽກງານພິຈາລະນາລາງວັນ ໄດ້ຮັບການຈັດຕັ້ງຢ່າງເຂັ້ມງວດມີຄຸນນະພາບທີ່ສຸດ. ຜ່ານນັ້ນ ເລືອກໄດ້ຊາວໜຸ່ມເປັນແບບຢ່າງທີ່ດີເດັ່ນຫລາຍຄົນ”.