ສະເຫຼີມສະຫຼອງແຫ່ງວັນສາມັກຄີສາກົນກັບປະຊາຊົນປາແລັດສະຕິນຢູ່ຮ່າໂນ້ຍ

ສະເຫຼີມສະຫຼອງແຫ່ງວັນສາມັກຄີສາກົນກັບປະຊາຊົນປາແລັດສະຕິນຢູ່ຮ່າໂນ້ຍ - ảnh 1
ທ່ານ ​ໂຮ່​ແອ​ງຢຸງ, ປະທານ​ຄະນະ​ກຳມະ
ການ​ສາມັກຄີ​ກັບ​ປະຊາຊົນ ປາ​ແລັດສະຕິນ
(ພາບ: DCSVN)

(vovworld) – ​ ​ ວັນ​ທີ 22/12, ຢູ່​ຮ່າ​ໂນ້ຍ, ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ, ຄະນະ​ກຳມະການສາມັກ​ຄີ ຫວຽດນາມ ກັບ​ປະຊາຊົນ ປາ​ແລັດສະຕິນ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ປາ​ແລັດສະຕິນ ນະຄອນ​ຮ່າ​ໂນ້ຍ ສົມທົບ​ກັນ​ຈັດ​ຕັ້ງພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສາມັກຄີ​ສາກົນ​ກັບ​ປະຊາຊົນປາ​ແລັດສະຕິນ. ທີ່​ພິທີ, ທ່ານ Youssouf Abdel – Jelil, ຜູ​້ວ່າການປະສານ​ງານ​ຂອງ​ສະຫະ​ປະຊາ​ຊາດ ປະຈຳ ຫວຽດນາມ ​ໄດ້​ສົ່ງ​ສານ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban – Ki – Moon ກ່ຽວ​ກັບ​ວັນ​ສາມັກຄີ​ສາກົນ​ກັບ​ປະຊາຊົນ ປາ​ແລັດສະຕິນ. ທ່ານ ​ໂຮ່​ແອ​ງຢຸງ, ປະທານ​ຄະນະ​ກຳມະການ​ສາມັກຄີ​ກັບ​ປະຊາຊົນ ປາ​ແລັດສະຕິນ ​ໄດ້ສະ​ແດງການ​ສະໜັບສະໜູນ, ນ້ຳ​ໃຈ​ສາມັກຄີ​ຂອງ​ປະຊາຊົນ​ກັບ​ການ​ຕໍ່ສູ້​ອັນ​​ເປັນ​ທຳ​ຂອງ​ປະຊາຊົນ ປາ​ແລັດສະຕິນ. ທ່ານ ​ໂຮ່​ແອ​ງຢຸງ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ມິດຕະພາບອັນ​ສະ​ໜິດຕິດ​ພັນ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ປາ​ແລັດສະຕິນ ​ແມ່ນ​ພື້ນຖານ​ສຳຄັນ ​ເພື່ອ​ຊຸກຍູ້​ບັນດາ​ການ​ພົວພັນດ້ານ​ເສດຖະກິດ ​ແລະ ການ​ຄ້າ​ລະຫວ່າງ 2 ປະ​ເທດ. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Saadi Salama ຢືນຢັນ​ວ່າ: ນ້ຳ​ໃຈ​ສາມັກ​ຄີ ​ແລະ ມິດຕະພາບ​ຂອງ​ປະຊາຊົນ ຫວຽດນາມ ທີ່​ສະຫງວນ​ໃຫ້​ພາລະກິດ​ຕໍ່ສູ້​ອັນ​ຊອບ​ທຳ​ຂອງ​ປະຊາຊົນ ປາ​ແລັດສະຕິນ ​ໃນ​ຕະຫລອດ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ ​ໄດ້​ກາຍ​ເປັນ​ແຫຼ່ງກຳລັງ​ໜູນອັນໃຫຍ່ຫລວງ ປະກອບສ່ວນປັບປຸງ​ສາຍ​ພົວພັນ​ເພື່ອນ​ມິດ​ພິ​ເສດ​ນີ້.

ຂ່າວ/ບົດ​ອື່ນ