ອະນຸສາວະລີ Vladimir Ilyich Lenin ຢູ່ນະຄອນຫຼວງຮ່າໂນ້ຍ.
(ພາບ:diendankienthuc.net
( vovworld ) – ເນື່ອງໃນໂອກາດສະເຫຼີມສະຫຼອງ 142 ປີແຫ່ງວັນຄ້າຍວັນເກີດທ່ານ Vladimir Ilyich Lenin (22/4/1870-22/4/2012), ໜັງສືພິມໃຫ່ຍຂອງ ຫວຽດນາມ ສະບັບອອກວັນທີ 22/4 ໄດ້ລົງພິມໃນໜ້າທຳອິດຮູບພາບ, ຂ່າວ ແລະ ບົດ ກ່ຽວກັບການນຳຜູ້ປີຊາສາມາດຂອງຊົນຊັ້ນສາກົນກຳມາຊີບ. ດ້ວຍຫົວຂໍ້ທີ່ວ່າ: “ຊາບຊືມແນວຄິດຂອງທ່ານ Lenin ກ່ຽວກັບການກໍ່ສ້າງພັກ“ ບົດຂຽນລົງພິມໃນໜັງສືພິມ Nhan Dan ສຽງຂອງພັກກອມມູນິດຫວຽດນາມ ໄດ້ຢັ້ງຢືນບັນດາທັດສະນະຂອງທ່ານ Lenin ກ່ຽວກັບຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວພັກການເມືອງປະຕິວັດ ຊື່ງມາຮອດປະຈຸບັນ ຍັງມີຄຸນຄ່າດ້ານທິດສະດີ, ພຶດຕິກຳຕົວຈິງໃນວຽກງານກໍ່ສ້າງພັກ ຂອງບັນດາພັກກຳອຳນາດ ໃນນັ້ນມີພັກກອມມູນິດຫວຽດນາມ. ບົດຂຽນ “ແນວຄິດຂອງທ່ານ Lenin ຍືນຍົງຄົງຕົວຕະຫຼອດໄປ“ ລົງພິມໃນໜັງສືພິມຮ່າໂນ້ຍໃໝ່ໄດ້ຊີ້ແຈ້ງວ່າ ໂດຍໄດ້ນຳໃຊ້ທັດສະນະຂອງລັດທິ Marx-Lenin ຢ່າງມີຫົວຄິດປະດິດສ້າງ ກ່ຽວກັບລັດ ແລະ ການປະຕິວັດ, ນັບແຕ່ເມື່ອຍາດໄດ້ຄວາມເປັນເອກະລາດໃນປີ 1945 ໂດຍພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈິມິນ, ລັດຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງລະບົບກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ປະກອບສ່ວນສຳຄັນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ, ຮັບປະກັນກຳລັງແຮງຂອງທົ່ວປວງຊົນທັງຊາດ, ສືບຕໍ່ປ່ຽນໃໝ່, ຍຸ້ແຮງພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.
ໃນວັນດຽວກັນ, ການນຳນະຄອນຮ່າໂນ້ຍ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງ ຫມູ່ຄະນະ ໄດ້ໄປວາງພວງມາລາຢູ່ອະນຸສາວະລີ Vladimir Ilyich Lenin ຢູ່ນະຄອນຫຼວງຮ່າໂນ້ຍ.