ສະເຫຼີມສະຫຼອງ 20 ປີ ກຸ່ມປູຊະນີ ຍະສະຖານເຫວ໋ ໄດ້ຮັບການຮັບຮອງ ເປັນມໍລະດົກວັດທະນະທຳໂລກ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 22/9, ແຂວງເທື່ອທຽນເຫວ໋ ຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີ ແຫ່ງກຸ່ມປູຊະນີຍະສະຖານເຫວ໋ ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳໂລກ; 10 ປີ ແຫ່ງດົນຕີໃນພະລາດຊະວັງໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ເປັນຕົວແທນຂອງມວນມະນຸດ. ກ່າວຄວາມເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຝຸກ, ເນັ້ນໜັກວ່າ:
“ພາລະກິດອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກເຫວ໋ ຄວນໄດ້ຮັບການຍູ້ແຮງກວ່າອີກ ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້ໃນ 20 ປີທີ່ຜ່ານມາ. ເພື່ອແນໃສ່ປະຕິບັດຈຸດໝາຍໜ້າທີ່ທີ່ໄດ້ວາງອອກໃນແຜນອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກກຸງເກົ່າເຫວ໋ ໄລຍະ 2010-2020 ເຊິ່ງທ່ານນາຍົກລັດຖະມົນຕີໄດ້ເຊັນອະນຸມັດ. ຄຽງຂ້າງນັ້ນຄວນວາງແຜນການຄຸ້ມຄອງສັງລວມສຳລັບເຂດມໍລະດົກເຫວ໋ ໃຫ້ເໝາະສົມກັບແຜນສັງລວມຂອງທ້ອງຖີ່ນ, ເພື່ອແນໃສ່ຮັບປະກັນຄວາມຮຽກຮ້ອງຕ້ອງການພັດທະນາຢ່າງກົມກຽວ ກັບຄວາມຮຽກຮ້ອງຕ້ອງການພັດທະນາຢ່າງໝັ້ນຄົງ“.