ສະເຫຼີມສະຫຼອງ 60 ປີແຫ່ງວັນປະທານໂຮ່ຈິມິນ ລົງຢ້ຽມຢາມວິຫານຮຸ່ງ
ທ່ານປະທານປະເທດ ເຈືອງເຕີນຊາງ
ຖະຫວາຍທູບທຽນບູຊາອາໄລຫາບັນດາເຈົ້າຊີວິດຮຸ່ງ
(ພາບ: vietnamplus.vn)
(vovworld) – ຕອນເຊົ້າວັນທີ 19/09, ຢູ່ແຂວງ ຟຸທໍ້, ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານໂຮ່ຈິມິນ ລົງຢ້ຽມຢາມວິຫານຮຸ່ງ ແລະ 45 ປີແຫ່ງການປະຕິບັດຄຳພິໄນກຳຂອງເພີ່ນ. ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມກັບບັນດາຜູ້ແທນສູນກາງພັກ ແລະ ແຂວງຟຸທໍ້ ໄດ້ຖະຫວາຍດອກໄມ້, ທູບທຽນ ບູຊາອາໄລຫາບັນດາເຈົ້າຊີວິດຮຸ່ງ ແລະ ບັນດາຄົນລຸ່ນກອນທີ່ໄດ້ສ້າງສາປະເທດຊາດ, ອວຍພອນປະເທດຊາດໃຫ້ວັດທະນາຖາວອນ, ປະຊາຊົນມີຄວາມຜາສຸກ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກເຖິງກົກເຄົ້າເຫງົ້າກໍຂອງຊາວຫວຽດນາມ ແຕ່ລະຄົນ.
“ແຕ່ກ່ອນມາຮອດປະຈຸບັນ, ໃນຈິດໃຈຂອງປະຊາຊົນຫວຽດນາມ ແຕ່ລະຄົນ, ບັນດາເຈົ້າຊີວິດຮຸ່ງ ແມ່ນບັນພະບຸລຸດຂອງຊາດຫວຽດນາມ. ຄຸນງາມຄວາມດີສ້າງສາປະເທດຊາດຂອງເຈົ້າຊີວິດຮຸ່ງ ກໍ່ໄດ້ຮັບການຈາລຶກກຈາກຊາວຫວຽດນາມຕະຫຼອດກາລະນານ. ວິຫານຮຸ່ງ ແລະ ການເຊື່ອຖືໄຫວ້ບູຊາເຈົ້າຊີວິດຮຸ່ງ ແມ່ນສີສັນວັດທະນະທຳ, ແມ່ນຫຼັກສິນທຳທີ່ເປັນມູນເຊື້ອຂອງຊາດຫວຽດນາມ, ມີຄວາມໝາຍຢ່າງເລິກເຊິ່ງ, ກວ້າງຂວາງ, ບອກສອນ, ຕັກເຕືອນ, ເຊື່ອມຕໍ່, ປັບປຸງຄວາມສາມັກຄີ, ຄວາມຮັກມະນຸດຂອງຊາດຫວຽດນາມ, ບັນດາຜູ້ທີ່ຮ່ວມກົກເຄົ້າເຫງົ້າກໍດຽວກັນ”.
ຫວນຄືນຄຳສັ່ງສອນຂອງປະທານໂຮ່ຈິມິນ ທີ່ມີຕໍ່ພະນັກງານ, ນັກຮົບກອງພົນໃຫຍ່ນຳໜ້າ ກ່ອນທີ່ກັບມາຮັບໜ້າທີ່ຄຸ້ມຄອງ ຮ່າໂນ້ຍ ວ່າ “ບັນດາເຈົ້າຊີວິດຮຸ່ງ ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ, ພວກເຮົາຕ້ອງພ້ອມກັນຮັກສາປະເທດຊາດ”, ຢູ່ເຂດດິນແດນວິຫານຮຸ່ງ ທີ່ສັກສິດ, ທ່ານປະທານປະເທດ ເຈືອງເຕີນຊາງ ກ່າວເຕືອນເຖິງໜ້າທີ່ຮັບຜິດຊອບໃນການປົກປັກຮັກສາປະເທດຊາດຂອງຊາວຫວຽດນາມ ແຕ່ລະຄົນ.