ສະເຫຼີມສະຫຼອງ 82 ປີແຫ່ງວັນສ້າງຕັ້ງ ແນວໂຮມເອກະພາບ ແຫ່ງຊາດ ຫວຽດນາມ

ສະເຫຼີມສະຫຼອງ 82 ປີແຫ່ງວັນສ້າງຕັ້ງ ແນວໂຮມເອກະພາບ ແຫ່ງຊາດ ຫວຽດນາມ - ảnh 1
ທ່ານປະທານຄະນະກຳມະການ ສູນກາງ ແນວໂຮມປະເທດຊາດ ຫວຽດນາມ Huynh Dam ກ່າວສູນທອນພົດທີ່ພິທີສະເຫຼີມສະຫຼອງ
(ພາບ: chinhphudientu)


Vovworld- ຕອນເຊົ້າວັນທີ 15/11, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 82 ປີແຫ່ງວັນ ສ້າງຕັ້ງແນວໂຮມເອກະພາບແຫ່ງຊາດ ຫວຽດນາມ ( 18/11/1930 – 18/11/2012 ) . ກ່າວສູນທອນພົດທີ່ພິທີ, ທ່ານປະທານຄະນະກຳມະການ ສູນກາງ ແນວໂຮມປະເທດຊາດຫວຽດນາມ Huynh Dam ​ເນັ້ນ​ໜັກ​ວ່າ ຜ່ານ 82 ປີ​ແຫ່ງ​ການ​ຕໍ່ສູ້​ປະຕິວັດ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ແນວໂຮມປະເທດ ຊາດນັບ​ມື້​ນັບ​ເຕົ້າ​ໂຮມ​ປະຊາຊົນທຸກຊັ້ນວັນນະ ເຂົ້າຮ່ວມຢ່າງຫຼວງຫຼາຍ, ປະກອບສ່ວນເຮັດໃຫ້ການຕໍ່ຕ້ານຕ້ານຝະລັ່ງ ແລະ ອາເມລິກາກູ້ຊາດໄດ້ຮັບ ໄຊຊະນະ. ​ໃນ​ໄລຍະ​ປະຈຸບັນ, ດ້ວຍ​ບັນດາ​ຂະ​ບວນການ​ແຂ່ງຂັນ, ແນວໂຮມ ປະເທດຊາດຫວຽດນາມ​ໄດ້​ປຸກລະດົມ, ​ເຕົ້າ​ໂຮມ​ປະຊາຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາ​ມທຸກ​ຍາກ, ສາມັກຄີ​ກັນ ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ. ທ່ານປະທານຄະນະກຳມະການ ສູນກາງ ແນວໂຮມ ປະເທດຊາດຫວຽດນາມ Huynh Dam ກ່າວ​ວ່າ :

    “ ແນວໂຮມປະເທດຊາດຫວຽດນາມສືບ​ຕໍ່​ຢັ້ງຢືນ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ, ສືບ​ຕໍ່​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນ​ວິວັດ​ການ​ສະຫຼຸບ, ປັບປຸງ​ລັດຖະທຳ​ມະນູນ​ປີ 1992. ສືບ​ຕໍ່​ຫັນ​ຮູບ​ການ​ຂົນຂວາຍ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເຕົ້າ​ໂຮມ ​ແລະ ​ເສີມ​ຂະຫຍາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງຊົນ​ທັງ​ຊາດ; ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ຍົກ​ສູງ​ຄຸນ​ນະພາ​ບບັ້ນ​ຂົນຂວາຍ​ຕ່າງໆ; ສືບ​ຕໍ່​ປັບປຸງ​ອົງການ​ຈັດ​ຕັ້ງ, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງແນວໂຮມ ປະເທດຊາດຫວຽດນາມ.

ຂ່າວ/ບົດ​ອື່ນ