ສະເຫຼີມສະຫຼອງ120ປີແຫ່ງວັນສ້າງຕັ້ງແຂວງບັກຢາງ

ສະເຫຼີມສະຫຼອງ120ປີແຫ່ງວັນສ້າງຕັ້ງແຂວງບັກຢາງ - ảnh 1
(ພາບອິນເຕີແນັດ)

(vovworld) –​ ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 120 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ບັກ​ຢາງ, ທີ່ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 9/10 ຢູ່​ນະຄອນ ບັກ​ຢາງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​ເຊິ່ງ​ແຂວງ ບັກ​ຢາງ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເນັ້ນ​ໜັກ​ວ່າ: ບັກ​ຢາງ ​ແມ່ນ​ແຂວງພູ​ພຽງ​ໃນ​ເຂດພູດ​ອຍ, ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ເສດຖະກິດ - ສັງຄົມ, ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຊາວ ບັກ​ຢາງ ມີ​ມູນ​ເຊື້ອ​ມັກ​ຮຽນ, ດຸ​ໝັນ​ຂະຫຍັນ​ພຽນ, ອົງອາດ​ກ້າ​ແກ່ນ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ. ໃນ​ໄລຍະ​ປ່ຽນ​ໃໝ່, ປະຊາຊົນ​ບັນດາ​ເຜົ່າ​ແຂວງ ບັກ​ຢາງ ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ; ວຽກ​ງານ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ດ້ວຍ​ກາລະ​​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ​ແຂວງ ບັກ​ຢາງ ຕ້ອງ​ປະຕິບັດ​ມາດ​ຕະການ​ຍູ​ໄວ​ການ​ເຕີບ​ໂຕ​ເສດຖະກິດ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດຢ່າງຄົບຊຸດ,  ດຶງ​ດູດ​ແຫຼ່ງກຳລັງ, ​ແກ້​ໄຂ​ຄວາມຫຍຸງ​ຍາກ, ຍົກ​ສູງ​​ສະມັດ​ຕະພາບ​ຄຸນ​ນະພາ​ບ​ປະສິດທິ​ຜົນການ​ຜະລິດ​ກະສິກ​ຳ​ເປັນ​ສິນ​ຄ້າ ຕິ​ດພັນ​ກັບການ​ກໍ່ສ້າງ​ຊົນນະບົດ​ໃໝ່, ພັດທະນາ​ຕົວ​ເມືອງ​​ໃຫ້​ໝັ້ນຄົງ.

 

ຂ່າວ/ບົດ​ອື່ນ