ສະເຫຼີມສະຫຼອງ40ປີແຫ່ງວັນຊາດສປປລາວ
ແຂວງ ທ໋າຍງວຽນ ຈັດພິທີສະເຫຼີມສະຫຼອງ 40 ປີແຫ່ງວັນຊາດສປປ.ລາວ
(ພາບ: baothainguyen)
(vovworld) - ວັນທີ 28/11, ຢູ່ຫໍວັດທະນະທຳກຳມະກອນເຫຼັກກ້າ ທ໋າຍງວຽນ, ນະຄອນ ທ໋າຍງວຽນ, ແຂວງ ທ໋າຍງວຽນ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ທ໋າຍງວຽນ ໄດ້ຈັດພິທີສະເຫຼີມສະຫຼອງ 40 ປີແຫ່ງວັນຊາດສປປ.ລາວ (02/12/1975 – 02/12/2015) ດ້ວຍການເຂົ້າຮ່ວມຂອງທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ເຢືອງງອກລອງ, ປະທານຄະນະກຳມະການປະຊາຊົນແຂວງ ທ໋າຍງວຽນ, ໄດ້ສົ່ງຄຳອວຍພອນໄຊອັນດີງາມທີ່ສຸດເນື່ອງໃນໂອກາດພິທີສະເຫຼີມສະຫຼອງ 40 ປີແຫ່ງວັນຊາດສປປ.ລາວ, ພ້ອມທັງຮັບຮູ້, ຍ້ອງຍໍບັນດາຜົນງານເຊິ່ງສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທ໋າຍງວຽນ ບັນລຸໄດ້ໃນໄລຍະຜ່ານມາ; ປາດຖະໜາວ່າ, ການພົວພັນຮ່ວມມືສະໜິດແໜ້ນລະຫວ່າງແຂວງ ທ໋າຍງວຽນ ແລະ ບາງແຂວງຂອງລາວ ຈະນັບມື້ນັບແໜ້ນແຟ້ນ, ໂດຍສະເພາະແມ່ນໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຮັບໃຊ້ພາລະກິດພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.