ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ
(ພາບ: doisongphapluat.com)
|
(vovworld) - ຕອນຄຳ່ວັນທີ 17/3, ຢູ່ນະຄອນ ປໄລກູ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງຢາລາຍ. ທ່ານ Ksor Phuoc, ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ່າງໆໃນທົ່ວປະເທດ ແລະ ບາງແຂວງຂອງກຳປູເຈຍ, ກໍ່ຄືປະຊາຊົນທ້ອງຖີ່ນເປັນຈຳນວນຫຼວງຫຼາຍໄດ້ເຂົ້າຮ່ວມພິທີ. ກ່າວຄວາມເຫັນນະພິທີ, ທ່ານ ຟ້າມເທ໋ຢຸງ, ປະທານຄະນະກຳມະການປະຊາຊົນແຂວງຢາລາຍ, ຢືນຢັນວ່າ:
“ໂດຍແມ່ນແຂວງວິລະຊົນ, ເຕັມໄປດ້ວຍນຳ້ໃຈຮັກຊາດ ແລະ ຫົວຄິດປະດິດສ້າງ, ດ້ວຍຈິດໃຈບຸກຕີປະຕິວັດ, ຕໍ່ໜ້າກາລະໂອກາດ ແລະ ສະພາບການໃໝ່, ເດີນຕາມເສັ້ນທາງເຊິ່ງພັກ, ລຸງໂຮ່ໄດ້ເລືອກເຟັ້ນ, ອົງຄະນະພັກ, ກອງທັບ ແລະ ປະຊາຊົນບັນດາເຜົ່າແຂວງຢາລາຍ, ໝັ້ນໝາຍຈະສາມັກຄີເປັນຈິດໜຶ່ງໃຈດຽວ, ຍົກສູງຄຸນນະທາດການເມືອງ, ອຸທິດກຳລັງແຮງ, ພູມປັນຍາທັງໝົດຂອງຕົນ, ມານະພະຍາຍາມສູ້ຊົນຜ່ານຜ່າຄວາມທຸກຍາກ, ການທ້າທາຍທຸກປະການ, ກ້າວຂຶ້ນບົນເສັ້ນທາງປ່ຽມໃໝ່ ແລະ ພັດທະນາຢ່າງໝັ້ນຄົງ. ຕັດສິນໃຈກໍ່ສ້າງຢາລາຍໃຫ້ນັບມື້ນັບຮັ່ງມີ ແລະ ສວຍງາມ“.
ພາຍຫຼັງ 40 ປີແຫ່ງວັນປົດປ່ອຍ, ມາຮອດປະຈຸບັນ, ພື້ນຖານເສດຖະກິດແຂວງຢາລາຍໄດ້ເພີ່ມຂຶ້ນທົບ 40 ເທົ່າ.