(vovworld) – ວັນທີ 01/08, ຄະນະຜູ້ແທນລັດຖະບານຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ນຳໜ້າ, ໄດ້ເດີນທາງອອກຈາກນະຄອນຫຼວງ Maputo, ສິ້ນສຸດການຢ້ຽມຢາມ ໂມຊຳບິກ ຢ່າງເປັນທາງການ.
ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 31/07 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Maputo, ຜູ້ຕາງໜ້າລັດຖະບານ 2 ປະເທດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ໂມຊຳບິກ ຢ່າງສົມກຽດ, ໂດຍມີການເຂົ້າຮ່ວມຂອງຊາວຫວຽດນາມ, ນັກຊ່ຽວຊານຫວຽດນາມ ອາໄສຢູ່ໂມຊຳບິກ. ທີ່ພິທີ, 2 ຝ່າຍໄດ້ເຕື້ອງເຖິງການພົວພັນຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ ສືບຕໍ່ມີບັນດາບາດກ້າວຢ່າງຕັ້ງໜ້າ. 2 ປະເທດໄດ້ຮັກສາມູນເຊື້ອແລກປ່ຽນນັກຊ່ຽວຊານດ້ານສາທາລະນະສຸກ, ສຶກສາ, ກະສິກຳ ແລະ ເປີດກ້ວາງການຮ່ວມມືໃນຫຼາຍຂົງເຂດໃໝ່ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໂທລະຄົມ, ການລົງທຶນ ແລະ ການຄ້າ. ປະຈຸບັນ, ການແລກປ່ຽນການຄ້າ 2 ສົ້ນຫາກໍບັນລຸໄດ້ລະດັບເກືອບ 100 ລ້ານ USD ເທົ່ານັ້ນ.
ໃນຂອບເຂດການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ໄດ້ມີການພົບປະກັບທ່ານ Sergiu Panti, ກຳມະການກົມການເມືອງ, ຫົວໜ້າຄະນະຈັດຕັ້ງສູນກາງແນວໂຮມປົດປ່ອຍໂມຊຳບິກ ແລະ ເຂົ້າຢ້ຽມຂໍ່ານັບທ່ານນາງ Veronica Macamo, ປະທານສະພາແຫ່ງຊາດໂມຊຳບິກ.