ສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນຢູ່ອາຟລິກາໃຕ້
ເອກອັກຄະລັດຖະທູດ, ພະນັກງານ,
ພາລະກອນສະຖານທູດບັນດາປະເທດເຂົ້າຮ່ວມ
(ພາບ: baomoi.com)
(vovworld) – ວັນທີ 13/08, ຄະນະກຳມະການບັນດາປະເທດອາຊຽນ ປະຈຳ Pretoria (APC), ໄດ້ຈັດພິທີສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງອາຊຽນ (08/08/1967 – 08/08/2015). ເຂົ້າຮ່ວມພິທີມີ ເອກອັກຄະລັດຖະທູດ, ພະນັກງານ, ພາລະກອນສະຖານທູດບັນດາປະເທດອາຊຽນ ຄື: ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປີນ, ສິງກະໂປ, ໄທ ພ້ອມກັບຜູ້ຕາງໜ້າວົງການນັກການເມືອງ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ… ເປັນຈຳນວນຫຼວງຫຼາຍ. ກ່າວຄຳເຫັນທີພິທີໄຂ, ທ່ານເອກອັກຄະລັດຖະທູດຟິລິບປີນ Joseph Gerard B.Angeles, ປະທານ APC, ໄດ້ທົບທວນຄືນວິວັດການສ້າງຕັ້ງ ແລະ ພັດທະນາຂອງອາຊຽນໃນ 48 ປີຜ່ານມາ. ທ່ານປະທານ APC ຢືນຢັນວ່າ, ບັນດາປະເທດອາຊຽນ ປາດຖະໜາວ່າ ຢາກຮັດແໜ້ນການພົວພັນທຸກດ້ານກັບອາຟລິກາໃຕ້ ເພື່ອຜົນປະໂຫຍດສັນຕິພາບ ແລະ ການພັດທະນາຂອງແຕ່ລະປະເທດອາຊຽນ, ຂອງອາຟລິກາໃຕ້ ແລະ ທັງ 2 ພາກພື້ນ. ໂດຍຕາງໜ້າໃຫ້ລັດຖະບານອາຟລິກາໃຕ້, ທ່ານເອກອັກຄະລັດຖະທູດ Anil Sooklal, ຜູ້ຮັກສາການຫົວໜ້າກົມພາກພື້ນກະຊວງການຕ່າງປະເທດອາຟລິກາໃຕ້ ເນັ້ນໜັກວ່າ, ການພົວພັນທີ່ເປັນມູນເຊື້ອອັນດີງາມ ແລະ ມີມາແຕ່ດົນນານຈາກ ກອງປະຊຸມອາຊີ - ອາຟລິກາ ຢູ່ Bangdung ກ່ອນນີ້ 60 ປີ, ສືບຕໍ່ແມ່ນພື້ນຖານສຳຄັນເພື່ອໃຫ້ອາຟລິກາໃຕ້ ແລະ ບັນດາປະເທດອາຊຽນ ຍູ້ແຮງການພົວພັນຮ່ວມມືຫຼາຍດ້ານ, ໃນນັ້ນມີບັນດາຂົງເຂດການເມືອງ, ເສດຖະກິດ, ການຄ້າ… ທີ່ພວມມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄືປະຈຸບັນ.