(vovworld) – ຕອນຄໍ່າວັນທີ 02/11, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດອານເຊຣີ ປະຈຳຫວຽດນາມ Mohamed Berrah ໄດ້ຈັດງານລ້ຽງ ເນື່ອງໃນໂອກາດສະເຫຼີມສະຫຼອງ 61 ປີແຫ່ງວັນສະຖາປານາປະເທດສ.ອານເຊຣີ ປະຊາທິປະໄຕແລະປະຊາຊົນ (01/11/1954 – 01/11/2015). ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ Mohamed Berrah ສະແດງຄວາມເບີກບານມ່ວນຊື່ນຕໍ່ບາດກ້າວພັດທະນາຂອງສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ 2 ປະເທດອານເຊຣີ ແລະ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ອວຍພອນຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາເສດຖະກິດສັງຄົມສະຫະປະຊາຊາດ (ECOSOC) ອາຍຸການ 2016 – 2018 ແລະ ຫວັງວ່າ, ອານເຊຣີ ຈະໄດ້ຮັບການເລືອກຕັ້ງເຂົ້າ ECOSOC, 2 ປະເທດຈະປະຕິບັດວຽກງານໃນອົງການສຳຄັນນີ້ຢ່າງມີປະສິດທິຜົນ.