ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກົມໃຫຍ່ພາສີ,ກະຊວງການເງິນ
(ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນ
ສ້າງຕັ້ງກົມໃຫຍ່ພາສີ,ກະຊວງການເງິນ)
(vovworld) - ທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກົມໃຫຍ່ພາສີ (ກະຊວງການເງິນ) ຄືວັນທີ 10/09/1945 – 10/9/2015 ຖືກດຳເນີນໃນຕອນເຊົ້າວັນທີ 14/07, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ປະດັບຫຼຽນໄຊເອກລາດຊັ້ນໜຶ່ງໃຫ້ກົມໃຫຍ່ພາສີ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງກົມໃຫຍ່ພາສີ ໃນການປະຕິຮູບລະບຽບການບໍລິຫານ, ນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກ, ປະຕິບັດລະບຽບການພາສີເອເລກໄຕນິກ… ທ່ານນາງຮອງປະທານປະເທດ ສະເໜີວ່າ.
“ການນຳພະນັກງານ, ລັດຖະກອນຂະແໜງພາສີ ຕ້ອງສືບຕໍ່ເອົາໃຈໃສ່ຍົກສູງຖັນແຖວພະນັກງານ, ນຳໃຊ້ວິທະຍາສາດ ປະຕິຮູບລະບຽບການບໍລິຫານ. ສືບຕໍ່ປະຕິບັດບັນດາຄູນຄ່າທີ່ເປັນມູນເຊື້ອຂອງຂະແໜງໃຫ້ເປັນຢ່າງດີ, ຈັດຕັ້ງບັນດາຂະບວນການແຂ່ງຂັນຮັກຊາດ ເພື່ອແນໃສ່ປຸກລຸກຈິດໃຈອອກແຮງງານຢ່າງມີຫົວຄິດປະດິດສ້າງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດໃນໄລຍະຈະມາເຖິງ”.