(vovworld)- ເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ຕອນເຊົ້າວັນທີ 18/12, ກອງບັນຊາການ ນະຄອນຫລວງ ຮ່າໂນ້ຍ ໄດ້ຈັດຕັ້ງການພົບປະສັງສັນກັບພະນັກງານ ຊື່ງແມ່ນອະດີດການນຳເຂດທະຫານນະຄອນຫລວງ, ກອງບັນຊາການນະຄອນຫລວງຮ່າໂນ້ຍ. ບັນດາຜູ້ແທນພ້ອມກັນທົບທວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ, ຂອງກຳລັງປະກອບອາວຸດນະຄອນຫລວງວິລະຊົນໃນ 70 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະ ເຕີບໃຫຍ່. ກ່າວຄຳເຫັນນະທີ່ນີ້, ພົນຕີ ຟີກວກຕວນ, ຜູ້ບັນຊາການ ນະຄອນຫລວງ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ພະນັກງານ, ນັກຮົບກຳລັງປະກອບອາວຸດນະຄອນຫລວງຮ່າໂນ້ຍ ຍາມໃດກໍສະແດງຄວາມຮູ້ບຸນຄຸນ, ບັນດາການອຸທິດສ່ວນ, ວິລະກຳອັນສະຫງ່າອົງອາດຂອງຄົນລຸ້ນກ່ອນ. ພະນັກງານ, ນັກຮົບກຳລັງປະກອບອາວຸດ ນະຄອນຫລວງ ໝັ້ນໝາຍຈະສືບຕໍ່ຫນ້າປະຫວັດສາດອັນສະຫງ່າລາສີຂອງກຳລັງປະກອບອາວຸດນະຄອນຫລວງ ໃນໄລຍະໃຫມ່.”
ກອ່ນຫນ້ານັ້ນ, ວັນທີ 17/12, ຢູ່ນະຄອນຫຼວງ ມົດສກູ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ແລະ 25 ປີແຫ່ງວັນປ້ອງກັນຊາດທົ່ວປວງຊົນ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ລັດເຊຍ ຫງວຽນແທງເຊີນ ຢັ້ງຢືນວ່າ: 70 ປີຜ່ານມາ, ກອງທັບປະຊາຊົນ ຫວຽດນາມ ສືບທອດມູນເຊື້ອຕີສັດຕູປົກປັກຮັກສາປະເທດຊາດຂອງລຸ້ນພໍ່ລຸ້ນອ້າຍຢ່າງດີເດັ່ນ, ຍາດໄດ້ໄຊຊະນະສົມບູນໃນບັນດາການຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນຊຸມວັນນີ້, ກອງທັບປະຊາຊົນ ຫວຽດນາມ ສືບຕໍ່ແມ່ນກຳລັງແກ່ນສານໃນພື້ນຖານປ້ອງກັນປະເທດທົ່ວປວງຊົນ, ກຽມພ້ອມປົກປັກຮັກສາປະເທດຊາດ ແລະ ປະຊາຊົນຕໍ່ທຸກໆໄພອັນຕະລາຍ, ການທ້າທາຍ, ພ້ອມທັງຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເພີ່ມທະວີການຮ່ວມມືເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບໃນພາກພື້ນ. ຕາມທ່ານເອກອັກຄະລັດຖະທູດ ຫງວຽນແທງເຊີນ ແລ້ວ, 70 ປີຜ່ານມາ, ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງເພື່ອນມິດສາກົນ, ພິເສດແມ່ນກອງທັບ ແລະ ປະຊາຊົນ ໂຊວຽດ ກ່ອນນີ້ ແລະ ສະຫະພັນ ລັດເຊຍ ປະຈຸບັນ. ພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນ ຫວຽດນາມ ໄດ້ ແລະ ຈະຈົດຈຳ, ຮູ້ບູນຄຸນການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງນີ້ຕະຫຼອດໄປ. ປະຈຸບັນ, ການຮ່ວມມືປ້ອງກັນຊາດ ແລະ ເຕັກນິກການທະຫານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ພວມພັດທະນາດີງາມທີ່ສຸດ, ແມ່ນຈຸດພົ້ນເດັ່ນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ.
ແລະກໍ່ໃນວັນດຽວກັນ, ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຖືກຈັດຂຶ້ນຢູ່ນະຄອນຫຼວງ Seoul (ສ. ເກົາຫຼີ)