ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ສປປ.ເກົາຫຼີ
(ພາບປະກອບ)
(vovworld) – ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ ສປປ ເກົາຫຼີ ໂດຍສະຖານທູດ ຫວຽດນາມ ແລະ ຫ້ອງການທູດການທະຫານປ້ອງກັນປະເທດ ຫວຽດນາມ ປະຈຳ ສປປ ເກົາຫຼີ ສົມທົບກັນຈັດຕັ້ງໃນວັນທີ 19/12. ເຂົ້າຮ່ວມພິທີມີພົນເອກ, ຮອງເສນາທິການໃຫຍ່ ກອງທັບປະຊາຊົນ ສປປ ເກົາຫຼີ O Kum Chol ພ້ອມກັບນາຍທະຫານຂັ້ນສູງຂອງກອງທັບປະຊາຊົນ ສປປ ເກົາຫຼີ, ຜູ້ຕາງໜ້າບັນດາອົງການກ່ຽວຂ້ອງຂອງ ສປປ ເກົາຫຼີ. ທີ່ງານລ້ຽງ, ຜູ້ຕາງໜ້າຫ້ອງການທູດການທະຫານປ້ອງກັນຊາດ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ມີແຜນນະໂຍບາຍສະເໝີຕົ້ນສະເໝີປາຍເພີ່ມທະວີກຳລັງແຮງປ້ອງກັນປະເທດເພື່ອປ້ອງກັນຕົວ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະ ຢູ່ໃນໂລກ.
ໃນບົດກ່າວປາໄສອວຍພອນ, ຜູ້ຕາງໜ້າກອງທັບປະຊາຊົນ ສປປ ເກົາຫຼີ ຕີລາຄາສູງບັນດາຜົນງານເຊິ່ງປະຊາຊົນ ແລະ ກອງທັບປະຊາຊົນ ຫວຽດນາມ ຍາດມາໄດ້ໃນຕະຫຼອດ 70 ປີຜ່ານມາ, ຢັ້ງຢືນວ່າ: ສປປ ເກົາຫຼີ ເພີ່ມທະວີການພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງປະຊາຊົນ ແລະ ກອງທັບ 2 ປະເທດຢ່າງສະເໝີຕົ້ນສະໝີປາຍ, ອວຍພອນໃຫ້ກອງທັບປະຊາຊົນ ຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງ, ຍາດໄດ້ບັນດາໄຊຊະນະອັນໃຫຍ່ຫຼວງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.