(ສະເຫຼີມສະຫຼອງ71ປີແຫ່ງວັນ
ສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລາວ)
(vovworld) – ຕອນຄ່ຳວັນທີ 18/12 ຢູ່ນະຄອນຫລວງ ວຽງຈັນ (ລາວ), ສຳນັກງານທູດທະຫານ ຫວຽດນາມ ປະຈຳ ລາວ ຈັດຕັ້ງພິທີສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2015) ແລະ 26 ປີແຫ່ງວັນປ້ອງກັນຊາດທົ່ວປວງຊົນ (22/12/1989 – 22/12/2015). ທ່ານພັນເອກ ຕ່າວວັນທ໋າຍ, ທູດທະຫານ ຫວຽດນາມ ປະຈຳ ລາວ ຢືນຢັນວ່າ: ໃນຕະຫລອດ 71 ປິີຜ່ານມາ, ໂດຍພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ ໄດ້ເຕີບໂຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ພ້ອມກັບທົ່ວປວງຊົນສ້າງບັນດາວິລະກຳອັນຍິ່ງໃຫຍ່ໃນພາລະກິດປົດປ່ອຍຊາດ ກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ. ກອງທັບປະຊາຊົນ ຫວຽດນາມ ພ້ອມກັບປະຊາຊົນທົ່ວປະເທດສືບຕໍ່ປົກປັກຮັກສາເອກະລາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນໃຫ້ໝັ້ນຄົງ; ຮັກສາສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດຢ່າງຮອບດ້ານ, ພ້ອມທັງ ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຊຸກຍູ້ການຮ່ວມມື, ພັດທະນາໃນພາກພື້ນ ແລະ ໂລກ.