ສະເໜີຕົວປື້ມຄູ່ມືກ່ຽວກັບຕະຫຼາດຫວຽດນາມຢູ່ສ.ເຊັກໂກ
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ເຈືອງແມ້ງເຊີນ
(ພາບປະກອບ: TTXVN)
(vovworld) - ວັນທີ 23/03, ຢູ່ Praha, ສະຖານທູດຫວຽດນາມ ໄດ້ຈັດພິທີແນະນຳປື້ມຄູ່ມືກ່ຽວກັບຕະຫຼາດຫວຽດນາມ ດ້ວຍພາສາເຊັກໂກ. ກ່າວຄຳເຫັນທີ່ພິທີແນະນຳປື້ມຄູ່ມື, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ເຈືອງແມ້ງເຊີນ ເນັ້ນໜັກວ່າ: ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ 2 ຝ່າຍ, ພິເສດແມ່ນຮຽກຮ້ອງໃຫ້ບັນດາວິສາຫະກິດເຊັກໂກ ເຂົ້າມາລົງທຶນຢູ່ຫວຽດນາມ, ສະຖານທູດຫວຽດນາມ ໄດ້ກຳນົດເວາ ປີ 2017 ສືບຕໍ່ແມ່ນ “ປີເຄື່ອນໄຫວພົວພັນການຕ່າງປະເທດຮັບໃຊ້ການພັດທະນາເສດຖະກິດ”. ເລື່ອງແນະນຳປື້ມຄູ່ມືກ່ຽວກັບຕະຫຼາດຫວຽດນາມ ດ້ວຍພາສາເຊັກໂກ ແລະ ປື້ມພາສາຫວຽດ ແນະນຳກ່ຽວກັບຕະຫຼາດເຊັກໂກ ແມ່ນນອນໃນບັນດາການເຄື່ອນໄຫວພົວພັນດ້ານການຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດ.
“ຜ່ານປື້ມ 2 ເຫຼັ້ມນັ້ນ, ຂ້າພະເຈົ້າໄດ້ແນະນຳຄວາມສາມາດບົ່ມຊ້ອນໃນການພົວພັນດ້ານການຄ້າລະຫວ່າງ 2 ປະເທດ, ຕົວຢ່າງຄືຄວາມສາມາດບົ່ມຊ້ອນໃນການນຳເອົາບັນດາຜະລິດຕະພັນວິທະຍາສາດເຕັກໂນໂລຊີສູງຂອງເຊັກໂກ ເຂົ້າຫວຽດນາມ, ກໍ່ຄືບັນດາຜະລິດຕະພັນກະເສດທີ່ມີຊື່ສຽງຂອງຫວຽດນາມ ຄື: ຜັກ, ໝາກໄມ້, ກາເຟ, ເຂົ້າສານ, ສິນໃນນ້ຳ ເຂົ້າເຊັກໂກ. ຈາກນັ້ນ, ມັນຈະຊ່ວຍໃຫ້ວິສາຫະກິດ 2 ປະເທດມີການເລືອກເຟັ້ນຢ່າງຖືກຕ້ອງໃນການແລກປ່ຽນການຄ້າ ແລະ ການລົງທຶນຂອງຕົນ”.