ວັນທີ 16/1, ລະບົບລາຍການກະຈາຍສຽງພາສາຕ່າງປະເທດ - ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດຕັ້ງພິທີປາກາດແວບໄຊທາງອິນເຕີເນັດຂອງຕົນ ໂດຍມີ 2 ລະຫັດຄື: vovworld.vn ແລະ vov5.vn. ນີ້ແມ່ນແວບໄຊດ້ວຍ 12 ພາສາ ໃນນັ້ນມີ 11 ພາສາຕ່າງປະເທດ ແລະ ພາສາຫວຽດນາມສຳລັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ທີ່ແວບໄຊ, ນອກຈາກການແນະນຳເທບບັນທຶກສຽງເນື້ອໃນທັງໝົດຂອງ 12 ລາຍການກະຈາຍສຽງພາສາຕ່າງປະເທດໃນຮອບເວລາ 1 ອາທິດແລ້ວ, ບັນດາເນືອໃນຕົ້ນຕໍ່ຂອງບັນດາລາຍການກໍ່ໄດ້ແນະນຳເປັນລາຍລັກອັກສອນ ເພື່ອແນໃສ່ສະເໜີບັນດາຂໍ້ມູນຂ່າວກ່ຽກັບປະເທດຊາດ, ຊາວຫວຽດນາມມາຍັງທ່ານຜູ້ອ່ານ ແລະ ທ່ານຜູ້ຟັງໃນທົ່ວໂລກ. ທີ່ພິທີ, ທ່ານນາງ Anissa Barrak, ຜູ້ອຳນວຍການພາສາຝຣັ່ງສາກົນ ພາກພື້ນອາຊີ - ຕາເວັນອອກສ່ຽງໃຕ້ ເວົ້າວ່າ:
“ມື້ນີ້, ພວກເຮົາໄດ້ເປີດແວບໄຊດ້ວຍຫຼາຍພາສາ ແລະ ພວກຂ້າພະເຈົ້າຊົມເຊີຍບັນດາຜູ້ຈັດຕັ້ງຂອງວິທະຍຸກະຈາຍສຽງຫວຽດນາມ, ພະນັກງານ, ພາລະກອນທັງໝົດຂອງວິທະຍຸກະຈາຍສຽງຫວຽດນາມໄດ້ສ້າງແວບໄຊນີ້ ເພາະວັດທະນະທຳມີຫຼາຍຮູບຫຼາຍສີ ແລະ ພາສາທີ່ອຸດົມສົມບຸນ ນັ້ນກໍ່ແມ່ນຂົວເຊື່ອມຕໍໃຫ້ແກ່ການສົນທະນາລະຫວ່າງບັນດາປະເທດ”
ແລະກໍ່ທີ່ພິທີ, ທ່ານ ຫງວຽນດັງຕ໋ຽນ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມເນັ້ນໜັກວ່າ:
“ແວບໄຊຂອງພວກເຮົາໄດ້ສ້າງຕັ້ງຂຶ້ນຈະເປັນການປະກອບສ່ວນເຂົ້າໃນກະແສຂໍ້ມູນຂ່າວສານຂອງບັນດາອົງການສື່ມວນຊົນຂອງປະເທດຫວຽດນາມ, ສະແດງໃຫ້ເຫັນການພັດທະນາຂອງປະເທດຊາດ ແລະ ແນະນຳປະເທດຊາດ, ຊາວຫວຽດນາມຕໍ່ໂລກ. ໃນໄລຍະທີ່ຈະມາເຖິງ, ພວກຂ້າພະເຈົ້າຈະເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງກ່ວາ ແລະ ໂລກຈະເຂົ້າໃຈພວກຂ້າພະເຈົ້າຫຼາຍກ່ວາ”