ສະເໝີຕົວສູນຄົ້ນຄວ້າແລະພັດທະນາວັດທະນະທຳຮຸ່ງເວືອງ
ສະເໝີຕົວສູນຄົ້ນຄວ້າແລະພັດທະນາວັດທະນະທຳຮຸ່ງເວືອງ
(ພາບ: cand)
(vovworld) - ວັນທີ 15/05 ຢູ່ຮ່າໂນ້ຍ, ສູນຄົ້ນຄວ້າ ແລະ ພັດທະນາວັດທະນະທຳຮຸ່ງເວືອງ ໄດ້ຮັບການສະເໝີຕົວຢ່າງເປັນທາງການ. ສູນການໄດ້ຮັບການສ້າງຕັ້ງຂຶ້ນ ເຊິ່ງມີໜ້າທີ່ຄົ້ນຄວ້າ, ພັດທະນະວັດທະນະທຳຍຸກສະໄໝລາດຊະວົງຮຸ່ງ, ຄຸນຄ່າວັດທະນະທຳທີ່ມີຮູບຮ່າງ ແລະ ບໍ່ມີຮູບຮ່າງ, ຄຸນຄ່າວັດທະນະທຳມະນຸດ ແລະ ຄວາມຮັກແພງກັນໃນພື້ນຖານວັດທະນະທຳ ວັນລາງ. ບັນດາການຄົ້ນຄວ້ານີ້ ປະກອບສ່ວນຢັ້ງຢືນປະຫວັດສາດອັນສະຫງ່າລາສີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຄວາມເອກອ້າງທະນົງໃຈຂອງຊາດ ຫວຽດນາມ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ ແລະ ຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງລຸ່ນປູ່ລຸ່ນພໍ່ປະໄວ້ໃຫ້. ສູນຄົ້ນຄວ້າກໍ່ຈະເຕົ້າໂຮມ, ຮ່ວມມືກັບບັນດານັກວິທະຍາສາດ, ນັກຄົ້ນຄວ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ໂດຍຜ່ານບັນດາເອກະສານ, ມໍລະດົກວັດທະນະທຳ, ໂຄງການຄົ້ນຄວ້າກ່ຽວກັບບັນດາຄູນຄ່າວັດທະນະທຳຍຸກສະໄໝ ລາດຊະວົງຮຸ່ງ ແລະ ປະຫວັດສາດຂອງຊາດຜ່ານໄລຍະນັບພັນປີແຫ່ງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.
ປະຈຸບັນ, ສູນຄົ້ນຄວ້າພວມຂົນຂວາຍປະຕິບັດແນວຄວາມຄິດໃນການກໍ່ສ້າງວິຫານເຈົ້າຊີວິດ ຮຸ່ງ ຢູ່ບາງທ້ອງຖິ່ນ. ນັ້ນແມ່ນໂຄງການວິຫານ ຮຸ່ງ ແລະ ທາດ ຮຸ່ງເວືອງຢູ່ເມືອງເກາະ ຟູ໋ກວກ ແຂວງ ກຽນຢາງ ແລະ ເມືອງເກາະ ເຈື່ອງຊາ ແຂວງ ແຄ໋ງຮ່ວາ.