ສະແດງຄວາມຮູ້ບຸນຄຸນຕໍ່ການໜູນຊ່ວຍ, ຊ່ວຍເຫຼືອອັນລ້ຳຄ່າຂອງເພື່ອນມິດສາກົນທີ່ມີຕໍ່ແມ່ຍິງ ຫວຽດນາມ

(VOVWORLD) -ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດການພົບປະກັບຄູ່ຮ່ວມມື “ຮ່ວມແຮງຮ່ວມໃຈເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ການພັດທະນາແບບຍືນຍົງ” ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ, ການໜູນຊ່ວຍອັນລ້ຳຄ່າຂອງເພື່ອນມິດສາກົນ
ສະແດງຄວາມຮູ້ບຸນຄຸນຕໍ່ການໜູນຊ່ວຍ, ຊ່ວຍເຫຼືອອັນລ້ຳຄ່າຂອງເພື່ອນມິດສາກົນທີ່ມີຕໍ່ແມ່ຍິງ ຫວຽດນາມ - ảnh 1ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຮ່າທິງາ
(ພາບ: TTXVN)

ວັນທີ 01 ເມສາ, ຢູ່ ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດການພົບປະກັບຄູ່ຮ່ວມມື “ຮ່ວມແຮງຮ່ວມໃຈເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ການພັດທະນາແບບຍືນຍົງ” ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ, ການໜູນຊ່ວຍອັນລ້ຳຄ່າຂອງເພື່ອນມິດສາກົນ, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIII ພ້ອມກັບການກຳນົດທິດໃຫຍ່ຂອງສະຫະພັນແມ່ຍິງໃນອາຍຸການ 2022 – 2027.

        ທີ່ການພົບປະ, ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຮ່າທິງາ ຢືນຢັນວ່າ: ສະຫະພັນແມ່ຍິງ ຫວຽດນາມ ຂໍ້ສະແດງຄວາມເຄົາລົບ ແລະ ຂອບໃຈຕໍ່ນ້ຳໃຈ, ຄວາມເອົາໃຈໃສ່ຂອງເພື່ອນມິດສາກົນ, ບັນດາຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ຮ່ວມເດີນທາງພ້ອມກັບສະຫະພັນແມ່ຍິງໃນຕະຫຼອດການເຄື່ອນໄຫວເພື່ອຄວາມກາວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນອາຍຸການທີ XII ກໍ່ຄືໃນຫຼາຍປີຜ່ານມາ. ໃນອາຍຸການ, ໂດຍຜ່ານທາງສູນກາງສະຫະພັນ, ບັນດາຄູ່ຮ່ວມມືສາກົນໄດ້ໜູນຊ່ວຍຈຳນວນເງິນ 9,1 ລ້ານ USD ປະກອບສ່ວນເຂົ້າໃນການປະຕິບັດການເຄື່ອນໄຫວຂອງສະຫະພັນ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານສະຫະພັນແມ່ຍິງ. ໃນໄລຍະຈະມາເຖິງ, ສະຫະພັນແມ່ຍິງປາດຖະໜາວ່າ ບັນດາອົງການຈັດຕັ້ງ, ຄູ່ຮ່ວມມືສາກົນ ຈະສືບຕໍ່ໜູນຊ່ວຍການຜັນຂະຫຍາຍນະໂຍບາຍ, ແຜນຮ່າງ ແລະ ໂຄງການ, ສືບຕໍ່ຊ່ວຍເຫຼືອ, ຮ່ວມເດີນທາງ ເພື່ອແນໃສ່ເບິ່ງແຍງດູແລ, ປົກປ້ອງສິດຜົນປະໂຫຍດໃຫ້ແກ່ແມ່ຍິງ ໃຫ້ນັບມື້ນັບເປັນຢ່າງດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ