ສະໄໝປະຊຸມຄັ້ງທີ 14 ຄະນະກຳມະການກວດກາສູນກາງ


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 17-18/9/2012, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ກວດກາ​ສູນ​ກາງພັກ​ຊຸດ​ທີ 11 ​ໄດ້​ຈັດສະ​ໄໝ​ປະຊຸມຄັ້ງ​ທີ 14 . ທີ່​ສະ​ໄໝ​ປະຊຸມ​ນີ້, ຄະນະ​ກຳມະການ​ກວດກາ​ສູນ​ກາງ ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ໝາກຜົນ​ແຫ່ງ​ການກວດ​ກາຢັ້ງຢືນ, ​ເຮັດ​ແຈ້ງ​ບາງ​ບັນຫາ​ໂດຍ​ກົມ​ການ​ເມືອງ​ມອບ​ໝາຍ​ໃຫ້​ ໃນ​ບັ້ນຕຳ​ນິຕົນ​ເອງ ​ແລະ ຕຳນິ​ເພື່ອນ​ສະຫາຍ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 (ຊຸດ​ທີ 11)  ”ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກໃນ​ປະຈຸ​ບັນ”. ຄະນະ​ກຳມະການ​ກວດກາ​ສູນ​ກາງພັກ ​ໄດ້​ຊີ້​ນຳ​ກ່ຽວ​ກັບ​ການ​ເພີ່ມ​ເຕີມ, ປັບປຸງ​ບົດ​ລາຍ​ງານ​ເພື່ອ​ກະກຽມ​ຍື່ນ​ຕໍ່​ກົມ​ການ​ເມືອງ.

ຂ່າວ/ບົດ​ອື່ນ