(ພາບ:vccinews.vn)
( vovworld ) – ສະໄໝປະຊຸມທີ 2 ອະນຸກຳມະການການຄ້າປະສົມຫວຽດນາມ-ປາກີສະຖານ ຫາກໍ່ອັດລົງພາຍຫຼັງດຳເນີນການເຮັດວຽກມາເປັນເວລາ 2 ວັນຢູ່ນະຄອນຫຼວງອິດສລາມາບາດ ປະເທດປາກີສະຖານ. ທີ່ການປະຊຸມ, ສອງຝ່າຍໄດ້ເຫັນດີກັບບັນດາມາດຕະການຄືລົບລ້າງຮົ້ວກີດຂວາງດ້ານການຄ້າ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ບັນດາວິສາຫະກິດສອງປະເທດ ເຂົ້າຮ່ວມການເຄືອ່ນໄຫວສົ່ງເສີມການຄ້າ, ການລົງທຶນ ແລະ ຊອກຮູ້, ຄົ້ນພົບຕະຫຼາດແຕ່ລະປະເທດ. ພ້ອມທັງສະເໜີການເຊັນຂໍ້ຕົກລົງການຮ່ວມມືລະຫວ່າງອົງການພັດທະນາການຄ້າປາກີສະຖານ ແລະ ກົມສົ່ງເສີມການຄ້າຫວຽດນາມ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍຂຶ້ນ 500 ລ້ານໂດລາສະຫະລັດໃນປີການເງິນ 2012-2013. ຝ່າຍປາກີສະຖານສະແດງຄວາມປາດຖະໜາຢາກໃຫ້ຫວຽດນາມ ຈະສ້າງເງື່ອນໄຂອຳນວຍຄວາມສະດວກກ່ວາອີກໃຫ້ແກ່ນັກທຸລະກິດປາກີສະຖານ, ພິເສດໃນການອອກວີຊາເຂົ້າຫວຽດນາມ. ໃນຂອບເຂດສະໄໝປະຊຸມ, ສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈຳປາກີສະຖານ ຮັບຮູ້ຫວຽດນາມ ແມ່ນປະເທດມີພື້ນຖານເສດຖະກິດການຕະຫຼາດທີ່ຄົບຖ້ວນ.