ສະໜັບສະໜູນກອງບັນຊາການຕຳຫຼວດທະເລ ແລະ ກົມກວດກາ ການປະມົງເກືອບ 1,3 ຕື້ດົງ
ສະໜັບສະໜູນກອງບັນຊາການຕຳຫຼວດທະເລ
ແລະ ກົມກວດກາການປະມົງເກືອບ 1,3 ຕື້ດົງ
(ພາບ: chinhphu.vn)
(vovworld) – ຕອນບ່າຍວັນທີ 19/12, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເບີນ ໄດ້ມອບເງິນ 694 ລ້ານດົງໃຫ້ກົມກວດກາການປະມົງ, ກົມໃຫຍ່ສິນໃນນ້ຳ - ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ມອບ 600 ລ້ານດົ່ງໜູນຊ່ວຍກອງບັນຊາການຕຳຫຼວດທະເລ - ກະຊວງປ້ອງກັນປະເທດ. ວຽກງານດັ່ງກ່າວໄດ້ສະແດງໃຫ້ເຫັນນ້ຳໃຈຂອງແນວໂຮມເວົ້າສະເພາະ ແລະ ປະຊາຊົນທົ່ວປະເທດເວົ້າລວມ ມຸ່ງໄປເຖິງກຳລັງປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ. ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ຄະນະກຳມະການສູນກາງແນງໂຮມປະເທດຊາດຫວຽດນາມ ຈະສືບຕໍ່ຂົນຂວາຍປະຊາຊົນທົ່ວປະເທດສະໜັບສະໜູນທາງການຈິດໃຈ, ວັດຖຸ ເພື່ອໃຫ້ຊາວປະມົງ, ກຳລັງກວດກາການປະມົງ ອຸ່ງອ່ຽນໃຈຕິດພັນກັບທະເລ, ປະກອບສ່ວນປົກປັກຮັກສາຄວາມສະຫງົບໃຫ້ແກ່ປະເທດຊາດ.
ຕາງໜ້າໃຫ້ກອງບັນຊາການຕຳຫຼວດທະເລ ແລະ ກົມກວດກາການປະມົງຫວຽດນາມ, ກຳມະການການເມືອງກອງບັນຊາການຕໍ່າຫຼວດທະເລຫວຽດນາມ, ພົນຕີ ຫງວຽນວັນເຕືອງ, ຂອບໃຈຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນໃນທົ່ວປະເທດ ໄດ້ມີການກະທຳທີ່ແທດຈິງເພື່ອສະໜັບສະໜູນ. ຈຳນວນເງິນດັ່ງກ່າວ, 2 ກຳລັງຈະນຳໃຊ້ເພື່ອຊື້ເຄື່ອງອຸປະກອນໂທບະຄົມ, ລົງທຶນກໍ່ສ້າງລະບົບນ້ຳຈືດ… ຮັບໃຊ້ວຽກງານກຽມພ້ອມສູ້ຮົບຍາວນານບົນທະເລ.