ສາກົນຊົມເຊີຍການເລືອກຕັ້ງກ່ອນກຳນົດເວລາຢູ່ຢູແກຼນ
ສາກົນຊົມເຊີຍການເລືອກຕັ້ງກ່ອນກຳນົດເວລາຢູ່ຢູແກຼນ
(ພາບ: AFP)
(vovworld) – ວັນທີ 27/10, ການນຳຄະນະກຳມະການເອີລົບ (EC) Jose Manuel Barroso ແລະ ທ່ານປະທານສະພາເອີລົບ Herman Van Rompuy ໄດ້ຖືການເລືອກຕັ້ງກ່ອນກຳນົດເວລາຢູ່ຢູແກຼນ ແມ່ນບາດກ້າວໃຫຍ່ຂອງແນວທາງປະຕິຮູບການເຊື່ອມໂຍງເຂົ້າກັບເອີລົບ ແລະ ລໍ້ຖ້າຢູແກຼນ ສ້າງຕັ້ງລັດຖະບານໃໝ່ໂດຍໄວ. ບັນດານັກສັງເກດການຂອງອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ (OSCE) ກໍ່ຄື ການາດາ ລ້ວນແຕ່ຮັບຮູ້ວ່າ ວິວັດການປ່ອນບັດເລືອກຕັ້ງໄດ້ຮັບການຈັດຕັ້ງເປັນຢ່າງດີ, ເໝາະສົມກັບບັນດາຂໍ້ກຳນົດປະຊາທິປະໄຕສາກົນ. ໂຄສົກລັດຖະບານເຢຍລະມັນ Steffen Seibert ຖືວ່າ, ໝາກຜົນການເລືອກຕັ້ງໃນປະຈຸບັນແມ່ນຂຶ້ນກັບບັນດາພັກນິຍົມເອີລົບ, ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ທ່ານປະທານາທິບໍດີ Petro Poroshenko ແລະ ທ່ານນາຍົກລັດຖະມົນຕີ Arsenyi Yaseniuk. ຕາມ Berlin ແລ້ວ, ການເລືອກຕັ້ງຄັ້ງນີ້ແມ່ນບາດກ້າວສຳຄັນເພື່ອມຸ່ງໄປເຖິງຄວາມສະຖຽນລະພາບພາຍໃນປະເທດ.