ສ້າງກະແສການລົງທຶນຂອງນັກທຸລະກິດຍີ່ປຸ່ນ ເຂົ້າຫວຽດນາມ
(ພາບປະກອບ:vcci.com.vn)
(TTX)- ວັນທີ 24/9, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI), ຫ້ອງການການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ (JCCI) ໄດ້ຈັດການໂອ້ລົມສົນທະນາລະຫວ່າງປະຊາຄົມນັກທຸລະກິດຫວຽດນາມ-ຍີ່ປຸ່ນ ເນື່ອງໃນໂອກາດການຢ້ຽມຢາມຂອງການນຳ ແລະ ນັກທຸລະກິດຍີ່ປຸ່ນ ມາຫວຽດນາມ ເພື່ອແນໃສ່ຊອກຫາກາລະໂອກາດ, ສົ່ງເສີມການລົງທຶນລະຫວ່າງສອງປະເທດ. ກ່າວຄຳເຫັນໃນການໂອ້ລົມສົນທະນາ, ທ່ານດຣ Vu Tien Loc ປະທານ VCCI ເນັ້ນຫນັກວ່າ: ຍີ່ປຸ່ນ ໄດ້ເລືອກການມາຢ້ຽມຢາມຫວຽດນາມ ຄັ້ງນີ້ກໍ່ໝາຍຄວາມວ່າ ວາງຈຸດສຸມຈະລົງທຶນເຂົ້າຫວຽດນາມ. ການໂອ້ລົມສົນທະນາຄັ້ງນີ້ໄດ້ສຸມໃສ່ປຶກສາຫາລືມາດຕະການລະອຽດຍູ້ແຮງການຮ່ວມມື ແລະ ຫວັງວ່າຈະສ້າງກະແສການລົງທຶນຂອງນັກທຸລະກິດຍີ່ປຸ່ນ ເຂົ້າຫວຽດນາມ ໃນໄລຍະທີ່ຈະມາເຖິງ. ສ່ວນທ່ານ Tadashi Okamra ປະທານ JCCI ໃຫ້ຮູ້ວ່າສອງຝ່າຍໄດ້ວາງຈຸດໝາຍຮອດປີ 2020 ຈະນຳວົງເງິນການຄ້າສອງຝ່າຍຂຶ້ນ 40 ຕື້ໂດລາສະຫະລັດ.