ສ້າງການຫັນປ່ຽນຢ່າງແຮງໃນການພັດທະນາເສດຖະກິດ,ສັງຄົມຂອງເຂດໄຕບັກ

ສ້າງການຫັນປ່ຽນຢ່າງແຮງໃນການພັດທະນາເສດຖະກິດ,ສັງຄົມຂອງເຂດໄຕບັກ - ảnh 1
​​ພິ​ທີ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ​ສາງ​ຕັ້ງ ແລະ ຕ້ອນ​ຮັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ສອງ
(ພາບ: Thế Duyệt)

(vovworld) - ​​​ວັນ​ທີ 8/11, ຢູ່​ແຂວງ ອຽນ​ບ໋າຍ, ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ ໄດ້​ຈັດ​ຕັ້ງ​​ພິ​ທີ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ​ສາງ​ຕັ້ງ ແລະ ຕ້ອນ​ຮັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ສອງ. ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ຝາກ​ຊໍ່​ດອກ​ໄມ້​ອວຍ​ພອນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ ໄຕ​ບັກ ຫງວຽນ​ຊວນ​ຟຸກ ໃສ່​ໃຈ​ວ່າ​ການພັດ​ທະ​ນາ​ຂອງ​ເຂດ ໄຕ​ບັກ ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ເຂດ. ​ເພື່ອມຸ່ງ​ໄປ​ເຖິງ​ການ​ສ້າງ​ເຂດ ໄຕ​ບັກ ພັດ​ທະ​ນາ​ໄວ ແລະ ໝັ້ນ​ຄົງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ຄະ​ນະ​ຊີ້​ນຳ​ເຂດ ໄຕ​ບັກ ຄວນ​ສືບ​ຕໍ່​ຕິດ​ຕາ​ມ​ບັນ​ດາ​ຄຳ​​ສັ່ງ, ມະ​ຕິ​ຂອງ​ພັກ​, ລັດ​ຖະ​ບານ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ຍົ​ກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຮັດ​ແຄບ​ຊ່ອງ​ຫວ່າງ​ຄວາມ​ຮັ່ງ​ມື - ທຸກ​ຍາກ​ລະ​ຫວ່າງ​ເຂດ ໄຕ​ບັກ ກັບ​ບັນ​ດາ​ເຂດ, ພາກ​ໃນ​ທົ່ວ​ປະ​ເທດ. ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖີ່ນ​ຍູ​້​ແຮງ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ແກ້​ໄຂ​ສະ​ພາບ​ການ​ເຕີບ​ໂຕ​ຕາມ​ລວງ​ກ້​ວາງ, ເຂດ​ຄວາມ​ໝັ້​ນ​ຄົງ, ລະ​ດົມ​ບັນ​ດາ​ແຫຼ່ງ​ເງິນ​ລົງ​ທຶນ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ - ສັງ​ຄົມ. ກ່ອ​ນ​ອື່​ນ​ໝົດ, ບັນ​ດາ​ທ້ອງ​ຖີ່ນ​ຄວນ​ສ້າງ​ສຳ​ເລັດ​ໂຄງ​ການ​ຫັນ​ໂຮງ​ຮຽນ, ຫ້ອງ​ຮຽນ​ ​ຖາ​ວອນ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ສອນ ແລະ ຮຽນ​​ຢູ່​ທຸກ​ຂັ້ນ​…

 



ຂ່າວ/ບົດ​ອື່ນ