ສ້າງກຳລັງໜູນໃໝ່ຊຸກຍູ້ການເຕີບໂຕ ແລະ ເຊື່ອມຕໍ່ APEC
(ການໂອ້ລົມສົນທະນາ APEC ກັບວິສາຫະກິດ)
(vovworld) - ຕອນຄ່ຳວັນທີ 08/12, ການໂອ້ລົມສົນທະນາ APEC ກັບວິສາຫະກິດດ້ວຍຫົວຂໍ້ວ່າ “ສ້າງກຳລັງໜູນໃໝ່ຊຸກຍູ້ການເຕີບໂຕ ແລະ ເຊື່ອມຕໍ່ APEC” ຖືກດຳເນີນຢູ່ຮ່າໂນ້ຍ. ທ່ານປະທານ SOM APEC 2017 ບຸຍແທງເຊີນ ເປັນປະທານການໂອ້ລົມສົນທະນາ. ການໂອ້ລົມສົນທະນາ APEC ກັບວິສາຫະກິດແມ່ນຂໍ້ລິເລີ່ມຂອງຫວຽດນາມ ໃນບົດບາດເປັນເຈົ້າພາບຈັດຕັ້ງ. ການໂອ້ລົມສົນທະນາໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ 300 ທ່ານທີ່ມາຈາກບັນດາອົງການສາກົນ ແລະ ພາກພື້ນ, ບັນດາພື້ນຖານເສດຖະກິດສະມາຊິກ APEC, ພ້ອມກັບຜູ້ແທນຕາງໜ້າຫ້ອງການການຄ້າ, ສະຫະສະມາຄົມ, ວິສາຫະກິດທີ່ມາຈາກບັນດາພື້ນຖານເສດຖະກິດສະມາຊິກ APEC ແລະ ຫວຽດນາມ ເກືອບ 100 ທ່ານ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານ SOM APEC 2017 ບຸຍແທງເຊີນ ຊີ້ແຈ້ງຄວາມປາດຖະໜາຂອງຫວຽດນາມ ແມ່ນຢາກປະກອບສ່ວນນຳ APEC ໃຫ້ກາຍເປັນເວທີປາໄສເພື່ອປະຊາຊົນ ແລະ ເພື່ອວິສາຫະກິດ, ດ້ວຍການເຄື່ອນໄຫວຫຼາຍຢ່າງ ໂດຍມີການເຂົ້າຮ່ວມຂອງບັນດາວິສາຫະກິດ ເຊິ່ງຈະໄດ້ຮັບການຈັດຕັ້ງໃນຕະຫຼອດປີ APEC 2017. ສ່ວນທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ໄດ້ເນັ້ນໜັກວ່າ.
“ໃນເງື່ອນໄຂເສດຖະກິດໂລກ ແລະ ພາກພື້ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຄືໃນປະຈຸບັນ, ການຮ່ວມມືລະຫວ່າງອຳນາດການປົກຄອງສູນກາງ, ທ້ອງຖິ່ນ ແລະ ບັນດາວິສາຫະກິດແມ່ນແກ່ນສານເພື່ອຮັບປະກັນລັກສະນະປະສິດທິຜົນໃນການວາງແຜນນະໂຍບາຍ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດ. ພວກຂ້າພະເຈົ້າຫວັງວ່າ ການໂອ້ລົມສົນທະນາ ຈະຍົກອອກບັນດາຂໍ້ສະເໜີທີ່ມີຜົນປະໂຫຍດຈາກຝ່າຍວິສາຫະກິດ ກໍຄືບັນດາຄຳໝັ້ນສັນຍາດ້ານນະໂຍບາຍທີ່ມີລັກສະນະບຸກທະລຸຈາກເວທີປາໄສ APEC ໃນຄວາມມານະພະຍາຍາມລວມ ຮັບປະກັນສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການລົງທຶນນັບມື້ນັບສະດວກສະບາຍ ແລະ ໂປ່ງໄສ”.