ກອງປະຊຸມສຳມະນາໂດຍສະພາທິດສະດີສູນກາງຈັດຕັ້ງໃນຕອນເຊົ້າວັນທີ 27/2
|
(vovworld) – “ກຳນົດທິດສ້າງຄຸນຄ່າມະນຸດ - ຄຸນຄ່າວັດທະນະທຳ ຫວຽດນາມ ໃນໄລຍະໃໝ່” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາໂດຍສະພາທິດສະດີສູນກາງຈັດຕັ້ງໃນຕອນເຊົ້າວັນທີ 27/2, ຢູ່ຮ່າໂນ້ຍ. ບັນດາທິດສະດີເລິກເຊິ່ງກ່ຽວກັບຄຸນຄ່າມະນຸດ, ຄຸນຄ່າວັດທະນະທຳ ຫວຽດນາມ ຕ້ອງໄດ້ຮັບການກຳນົດທິດກໍ່ສ້າງໃນໄລຍະໃໝ່ ເຊິ່ງບັນດານັກຊ່ຽວຊານ, ນັກວິທະຍາສາດ ຍົກອອກມາທີ່ກອງປະຊຸມສຳມະນາ.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຟູ່ງຫິ້ວຟູ໋, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງຊີ້ແຈ້ງວ່າ:
“ພວກເຮົາສຸມໃສ່ເຮັດໃຫ້ຄຸນຄ່າຂອງຊາວ ຫວຽດນາມ, ຂອງວັດທະນະທຳ ຫວຽດນາມ ໃນໄລຍະຍູ້ແຮງຫັນປະເທດເປັນອຸດສາຫະກຳ, ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນໃຫ້ຈະແຈ້ງ. ເຮັດແນວໃດສ່ອງແສງຖືກກັບສີສັນທີ່ເປັນເອກະລັກສະເພາະ, ເສີມຂະຫຍາຍບັນດາມູນເຊື້ອອັນດີງາມທີ່ໄດ້ເພີ່ມພຸນຄຸນສ້າງນັບພັນປີມານີ້, ຮັບເອົາບັນດາຄຸນຄ່າໃໝ່ຂອງມວນມະນຸດ, ພ້ອມທັງແກ້ໄຂ, ລົບລ້າງບັນດາສິ່ງຈຳກັດກ່ຽວກັບວັດທະນະທຳ, ຂໍ້ຈຳກັດຂອງຊາວ ຫວຽດນາມ.”