ເວທີປາໄສນັກທຸລະກິດຍິງ ອາຊຽນ ຄັ້ງທີ 2
(ພາບອິນເຕີແນັດ)
(vovworld) - ຕອນເຊົ້າວັນທີ 04/03, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ຈັດຕັ້ງເວທີປາໄສ “ນັກທຸລະກິດຍິງ ອາຊຽນ” ຄັ້ງທີ 2. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ຖືວ່າ: ຫວຽດນາມ ກ້າວເຂົ້າຊາຍຄາລວມ ອາຊຽນ ຢ່າງເປັນທາງການ ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍຫລາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈສູງໃນການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສູ້ຊົນປະຕິບັດບັນດາຄຳໝັ້ນສັນຍາ, ກໍ່ຄືນຳໃຊ້ບັນດາກາລະໂອກາດຈາກການເຊື່ອມໂຍງ. ທ່ານນາງ ຫງວຽນທິຢວານ ໃຫ້ຮູ້ວ່າ:
“ເວທີປາໄສໃນຄັ້ງນີ້ ແມ່ນກາລະໂອກາດອັນລ້ຳຄ່າເສີມຂະຫຍາຍບັນດາທ່າແຮງໃນເງື່ອນໄຂໃໝ່ ເພື່ອປະກອບສ່ວນຊຸກຍູ້ການເຄື່ອນໄຫວເສດຖະກິດ ແລະ ການຄ້າໃນພາກພື້ນ; ສ້າງກາລະໂອກາດໃຫ້ແກ່ບັນດານັກທຸລະກິດຍິງກໍ່ຮ່າງສ້າງຕົວ ຍົກສູງທັກສະໃນການຄຸ້ມຄອງ. ພ້ອມກັນນັ້ນ, ເວທີປາໄສ ກໍ່ສະເໜີແນະບັນດານະໂຍບາຍໃນພາກພື້ນ ເພື່ອໃຫ້ລັດຖະບານບັນດາປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆໜູນຊ່ວຍບັນດານັກທຸລະກິດຍິງໃຫ້ພັດທະນາ”
ທ່ານນາງຮອງປະທານປະເທດ ຮຽກຮ້ອງວ່າ: ຄຽງຂ້າງບັນດາຄວາມມະນາພະຍາຍາມຂອງລັດຖະບານ, ອົງການ, ຄະນະ, ຂະແໜງການ, ສະຫະສະມາຄົມ…ບັນດາວິສາຫະກິດເວົ້າລວມ ແລະ ບັນດານັກທຸລະກິດຍິງຢາກປະສົບຜົນສຳເລັດ ແມ່ນຕ້ອງຂະຫຍັນຂັນເຄື່ອນມີຫົວຄິດປະດິດສ້າງໃນການໄຈ້ແຍກ, ຄາດຄະເນສະພາບການ, ຍົກສູງຄວາມສາມາດແກ່ງແຍ້ງ, ຄວາມສາມາດຄຸ້ມຄອງ, ຄຸນນະພາບຜະລິດຕະພັນ, ສະມັດຕະພາບແຮງງານຢ່າງບໍ່ຢຸດຢັ້ງ.