ສ້າງຕັ້ງຄະນະກຳມະການອາຊຽນຢູ່LaHayໂຮນລັງ

ສ້າງຕັ້ງຄະນະກຳມະການອາຊຽນຢູ່LaHayໂຮນລັງ - ảnh 1\
ສ້າງ​ຕັ້ງ​ຄະນະ​ກຳມະການ ​ອາ​ຊຽນ ຢູ່ LaHay ​ໂຮ​ນລັງ
(ພາບ: ອິນເຕີແນັດ)

(vovworld) ວັນ​ທີ 6/11/2015, ​ໂດຍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ບົນພື້ນຖານຈົດໝາຍ​ຮັບຮອງຂອງ​ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ ​ແລະ ບັນດາ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ຂອງ ອາ​ຊຽນ, ຄະນະ​ກຳມະການ ອາ​ຊຽນ ຢູ່ La Hay (ACTH) ​ໄດ້​ຮັບ​ການສ້າງ​ຕັ້ງຂຶ້ນ ​ແລະ ນຳ​ເຂົ້າ​​ເຄື່ອນ​​ໄຫວ​ຢ່າງ​ເປັນ​ທາງ​ການ. ສະຖານທູດ ຫວຽດນາມ ປະຈຳ ລາຊະ​ອານາ​ຈັກ ​ໂຮ​ນລັງ ​ເປັນ​ປະທານ​ວາລະ​ປະຊຸມຄັ້ງ​ທີ 1 ຂອງ​ຄະນະ​ກຳມະການ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຫົວໜ້າ​ອົງການ​ທຸຕານຸທູດ, ບັນດາ​ພະນັກງານການ​ທູດ​ຂອງ​ບັນດາປະ​ເທດ​ສະມາຊິກ ອາ​ຊຽນ ຢູ່ ​ໂຮ​ນລັງ. ທີ່​ວາລະ​ປະຊຸມ​ນີ້, ບັນດາ​ສະມາຊິກ ອາ​ຊຽນ ​ເປັນ​ເອກະ​ພາບ​ຕໍ່ຈຸດໝາຍ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ໂຄສະນາ, ຍົກ​ສູງ​ພາບ​ພົດ​ຂອງ ອາ​ຊຽນ ຢູ່ ​ໂຮນລັງ ກໍ​ຄື​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບລະຫວ່າງ ອາ​ຊຽນ ​ແລະ ​ໂຮ​ນລັງ. ທ່ານ ຫງວຽນ​ວັນ​ດ່ວານ ​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ ​ໂຮ​ນລັງ ​ໄດ້​ຮັບເລືອກ​ຕັ້ງ​ເປັນ​ປະທານໜູນ​ວຽກ​ທຳ​ອິດ​ຂອງ​ຄະນະ​ກຳມະການ ອາ​ຊຽນ ຢູ່ La Hay.


ຂ່າວ/ບົດ​ອື່ນ