ສ້າງຕັ້ງຄະນະຊີ້ນຳແຜນຮ່າງການພັດທະນາລະບົບພູມປັນຍາ ຫວຽດນາມ ໃນຮູບແບບດີຈີຕອນ

(VOVWORLD) - ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງສ້າງຕັ້ງຄະນະຊີ້ນຳແຜນຮ່າງ “ພັດທະນາລະບົບພູມປັນຍາ ຫວຽດນາມ ໃນຮູບແບບດີຈີຕອນ”.
ສ້າງຕັ້ງຄະນະຊີ້ນຳແຜນຮ່າງການພັດທະນາລະບົບພູມປັນຍາ ຫວຽດນາມ ໃນຮູບແບບດີຈີຕອນ - ảnh 1ທີ່ພິທີສ້າງຕັ້ງຄະນະຊີ້ນຳແຜນຮ່າງ (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນຫົວໜ້າຄະນະຊີ້ນຳ ຄະນະຊີ້ນຳມີພາລະໜ້າທີ່ເປັນເສນາທິການ, ຊ່ວຍນາຍົກລັດຖະມົນຕີຊີ້ນຳ, ປະສານງານ, ເລັ່ງລັດການເຄື່ອນໄຫວຜັນຂະຫຍາຍປະຕິບັດແຜນຮ່າງ “ພັດທະນາລະບົບພູມປັນຍາ ຫວຽດນາມ ໃນຮູບແບບດີຈີຕອນ” ໃນຂອບເຂດທົ່ວປະເທດ, ບັນດາຂະແໜງການ, ບັນດາຂົງເຂດ, ຕາມເຂດ, ພາກ. ພ້ອມກັນນັ້ນ, ຄົ້ນຄວ້າ, ວາງອອກແຜນນະໂຍບາຍ, ມາດຕະການລະດົມບັນດາແຫຼ່ງກຳລັງ, ສຸມກຳລັງ, ພິເສດແມ່ນບັນດາວິສາຫະກິດເຂົ້າຮ່ວມການກໍ່ສ້າງລະບົບພູມປັນຍາ ຫວຽດນາມ ໃນຮູບແບບດີຈີຕອນ; ຊີ້ນຳການຈັດຕັ້ງບັນດາການແຂ່ງຂັນ, ບັ້ນປຸກລະດົມ, ບັນດາການເຄື່ອນໄຫວເຊີດຊູສ່ວນບຸກຄົນ, ອົງການຈັດຕັ້ງ ແລະ ປະຊາຄົມ. ຍູ້ແຮງບັນດາການເຄື່ອນໄຫວນີ້ ໃຫ້ກາຍເປັນຂະບວນການທົ່ວປວງຊົນເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ