ທ່ານນາຍົກລັດຖະມົນຕີໄດ້ຕົກລົງສ້າງຕັ້ງຄະນະຊີ້ນຳ“ກອງທຶນເພື່ອເຈື່ອງຊາທີ່ຮັກແພງ“, ຫົວຫນ້າຄະນະຊີ້ນຳແມ່ນລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຜິດຊອບກ່ຽວກັບທະເລ ແລະ ໝູ່ເກາະ. ກອງທຶນດັ່ງກ່າວເພື່ອນຳໃຊ້ຫນູນຊ່ວຍ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງທະຫານ ແລະ ປະຊາຊົນເມືອງເກາະເຈື່ອງຊາ, ເຮືອນຮ້ານ DKI. ນັບແຕ່ເມື່ອມີຂໍ້ຕົກລົງສ້າງຕັ້ງກອງທຶນມາຮອດປະຈຸບັນ, ມີວິສາຫະກິດຫລາຍແຫ່ງ, ອົງການຈັດຕັ້ງ, ໝູ່ມະຫາຊົນ, ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ບໍລິຈາກຈຳນວນເງິນຂຶ້ນເຖິງຕື້ໆດົງ.