ສ້າງພື້ນຖານການທູດ ຫວຽດນາມ ນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ

(VOVWORLD) - ໃນສະພາບການໃໝ່, ໜ້າທີ່ສ້າງພື້ນຖານການທູດນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຍິ່ງຮີບດ່ວນກວ່າເວລາໃດໝົດ.
ສ້າງພື້ນຖານການທູດ ຫວຽດນາມ ນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ - ảnh 1ທີ່ການໂອ້ລົມສົນທະນາ
(ພາບ: dangcongsan.vn)

        ຕອນບ່າຍວັນທີ 25 ສິງຫາ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປເທດ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນາ “ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ສ້າງພື້ນຖານການທູດ ຫວຽດນາມ ນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ (28 ສິງຫາ 1945 – 28 ສິງຫາ 2023).

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ຖືວ່າ, ໃນສະພາບການໃໝ່, ໜ້າທີ່ສ້າງພື້ນຖານການທູດນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຍິ່ງຮີບດ່ວນກວ່າເວລາໃດໝົດ. ຂະແໜງການທູດຍິ່ງຕ້ອງຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນ, ຕັດສິນໃຈສ້າງຖັນແຖວພະນັກງານການທູດທີ່ມີຄຸນນະທາດດ້ານການເມືອງ, ມີລະດັບວິຊາຊີບສູງ. ທີ່ການໂອ້ລົມສົນທະນາ, ບັນດານັກປະຖະກະຖາໄດ້ສະເໜີມາດຕະການ ເພື່ອປຸກລຸກ ແລະ ເສີມຂະຫຍາຍຄຸນນະທາດ, ການປະດິດຄິດສ້າງ, ເປັນເຈົ້າການຮັບມື, ເສີມຂະຫຍາຍບົດບາດນຳໜ້າຂອງການທູດ; ສ້າງແບບຢ່າງພະນັກງານການທູດທັນສະໄໝ, ເປັນເຈົ້າການປະດິດຄິດສ້າງ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

ຕອບກັບ

ຂ່າວ/ບົດ​ອື່ນ