ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ
|
(vovworld) – ຕອນເຊົ້າວັນທີ 20/9, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ບາກລຽວ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງ ບາກລຽວທີ່ໄດ້ຊອກຫາທິດທາງລະອຽດເພື່ອແກ້ໄຂຄວາມຫຍຸ້ງຍາກຂອງແຂວງ, ໃນ ສະພາບທີ່ແຂວງຖືກຜົນກະທົບຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ. ແຂວງໄດ້ມີຄວາມພະຍາຍາມຫຼາຍຢ່າງໃນການຫັນປ່ຽນໂຄງປະກອບເສດຖະກິດ, ມານະພະຍາຍາມເກັບລາຍຮັບເຂົ້າງົບປະມານ, ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ມີເຂດລ້ຽງກຸ້ງເຕັກໂນໂລຢີສູງ, ວຽກງານຊີວິດສັງຄົມໄດ້ຮັບການຮັບປະກັນ. ກ່ຽວກັບຂໍ້ສະເໜີຂອງແຂວງ ບາກລຽວ, ໃນການສ້າງເຂດກະສິກຳໝູນໃຊ້ເຕັກໂນໂລຢີສູງເພື່ອພັດທະນາກຸ້ງບາກລຽວ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:
“ການສ້າງສູນຜະລິດກຸ້ງ ຫວຽດນາມ, ສ້າງເຄື່ອງໝາຍການຄ້າໃຫ້ກຸ້ງ ຫວຽດນາມ ໄດ້ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງແມ່ນບັນຫາທີ່ວາງອອກ. ດັ່ງນັ້ນ ຂ້າພະເຈົ້າເຫັນດີຕໍ່ແຂວງຈະວາງແຜນເຂດກະສິກຳໝູນໃຊ້ເຕັກໂນໂລຢີສູງພັດທະນາກຸ້ງ ບາກລຽວ. ນີ້ແມ່ນທິດທາງທີ່ຖືກຕ້ອງ, ບັນດາກະຊວງ, ຂະແໜງການ ແລະ ນາຍົກລັດຖະມົນຕີໄດ້ເຫັນດີເຫັນພ້ອມ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດເປັນເຈົ້າການພ້ອມກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນມີຫົວເລື່ອງສະເພາະເພື່ອໜູນຊ່ວຍແຜນນະໂຍບາຍສຳຄັນນີ້. ຕ້ອງປະຕິບັດແຜນຮ່າງນີ້ຢູ່ບໍລິເວນປະສົບກັບຄວາມຫຍຸ້ງຍາກ. ທ້ອງຖິ່ນໄດ້ຊອກຫາທິດທາງນັ້ນແລ້ວ, ຖ້າຫາກບໍ່ສຸມໃສ່ການໜູນຊ່ວຍຈະບໍ່ສາມາດແກ້ໄຂໄດ້.”