(vovworld) - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ມອບໃຫ້ແຂວງ ອຽນບ໋າຍ ສ້າງສຳເນົາເອກະສານສິລະປະຟ້ອນແຊ່ເຜົ່າຜູ້ໄທ ຍື່ນສະເໜີຕໍ່ UNESCO. ກຳນົດເວລາສົ່ງສຳເນົາເອກະສານໃຫ້ UNESCO ແມ່ນເດືອນ 03/2018. ຕາມນັ້ນແລ້ວ, ຄະນະກຳມະການປະຊາຊົນແຂວງ ອຽນບ໋າຍ ເປັນປະທານ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ແລະ ບັນດາແຂວງທີ່ມີມໍລະດົກ ຄົ້ນຄວ້າ, ສ້າງສຳເນົາເອກະສານສິລະປະຟ້ອນແຊ່ເຜົ່າຜູ້ໄທ ຍື່ນສະເໜີຕໍ່ UNESCO ຈົດຊື່ເຂົ້າບັນດາເອກະສານວັດທະນະທຳບໍ່ມີຮູບຮ່າງຕາງໜ້າມວນມະນຸດ. ຕາມບັນດານັກຄົ້ນຄວ້າວັດທະນະທຳພື້ນເມືອງແລ້ວ, ຟ້ອນ ແຊ່ ຍາມໃດກໍ່ຮັກສາບົດບາດສຳຄັນໃນການດຳລົງຊີວິດວັດທະນະທຳ ແລະ ໄດ້ກາຍເປັນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ໃນບັນດາໂອກາດງານບຸນຕ່າງໆ, ການບູຊາຂອງຊົນເຜົ່າຜູ້ໄທ.