( vovworld ) - ວັນທີ 16/2 ຢູ່ ຮ່າໂນ້ຍ, ກົມໃຫຍ່ທະເລ ແລະ ໝູ່ເກາະຫວຽດນາມ ( ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ) ໄດ້ຈັດການປະຊຸມກ່ຽວກັບການສ້າງຮ່າງກົດໝາຍວ່າດ້ວຍແຫຼ່ງຊັບພະຍາກອນ ແລະ ສິ່ງແວດລ້ອມທະເລ ແລະ ໝູ່ເກາະ, ເພື່ອແນໃສ່ກຳນົດແຜນສັງລວມ, ແຜນການພັດທະນາເສດຖະກິດທະເລໃຫ້ເໝາະສົມ ແລະ ໝັ້ນຄົງ. ຮ່າງກົດໝາຍວ່າດ້ວຍແຫຼ່ງຊັບພະຍາກອນສິ່ງແວດລ້ອມທະເລ ແລະ ໝູ່ເກາະ ທີ່ພວມໄດ້ຮັບການສ້າງແມ່ນອິງໃສ່ຫຼາຍຫຼັກການເພື່ອບັນລຸໄດ້ 6 ເປົ້າໝາຍຕົ້ນຕໍ, ໃນນັ້ນກຳນົດຮ່າງກົດໝາຍຈະສ້າງກອບກົດໝາຍ, ທີ່ມີບົດບາດເຊື່ອມຕໍ່, ປັບປຸງການພັດທະນາບົນພື້ນຖານຄວາມກົມກຽວລະຫວ່າງຜົນປະໂຫຍດຂອງບັນດາຂະແໜງ, ຊຸກຍູ້ຂົງເຂດເສດຖະກິດທະເລພັດທະນາຢ່າງໝັ້ນຄົງ. ປະຈຸບັນ, ຮ່າງກົດໝາຍວ່າດ້ວຍແຫຼ່ງຊັບພະຍາກອນສິ່ງແວດລ້ອມທະເລ ແລະ ໝູ່ເກາະ ຄາດວ່າຈະແບ່ງເປັນ 9 ພາກ. ໃນນັ້ນເນັ້ນໜັກເຖິງບັນດາຂໍ້ກຳນົດກ່ຽວກັບຂອບເຂດປັບປຸງ, ເປົ້າໝາຍນຳໃຊ້, ບັນຫາກຳມະສິດແຫຼ່ງຊັບພະຍາກອນສິ່ງແວດລ້ອມທະເລ ແລະ ເກາະ, ເນື້ອໃນ, ຫຼັກການນະໂຍບາຍຂອງລັດກ່ຽວກັບການປົກປັກຮັກສາຊັບພະຍາກອນທະເລ, ເກາະ. ຍຸດທະສາດ, ແຜນກຳນົດ, ແຜນການຂຸດຄົ້ນນຳໃຊ້ທະເລ ແລະ ເກາະ, ຂໍ້ກຳນົດກ່ຽວກັບການຄຸ້ມຄອງການເຄື່ອນໄຫວຂຸດຄົ້ນນຳໃຊ້ແຫຼ່ງຊັບພະຍາກອນ ແລະ ຄຸ້ມຄອງການເຄື່ອນໄຫວຄົ້ນຄວ້າວິທະຍາສາດ, ສຳຫຼວດແຫຼ່ງຊັບພະຍາກອນສິ່ງແວດລ້ອມທາງທະເລໂດຍພື້ນຖານ.