ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ ອີຣານ ເພີ່ມທະວີການຮ່ວມມື

(VOVWORLD) - 2 ຝ່າຍໄດ້ເຫັນດີເພີ່ມທະວີການເຮັດວຽກຂັ້ນວິຊາການ ເພື່ອຊອກຫາກົນໄກຮ່ວມມືທີ່ເໝາະສົມ, ບັນລຸປະສິດທິຜົນລະຫວ່າງ 2 ປະເທດ
ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ ອີຣານ ເພີ່ມທະວີການຮ່ວມມື - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳ, ບໍ່ແຮ່ ແລະ ການຄ້າ ອີຣານ Abbas Aliabadi)

        ໃນຂອບເຂດການຢ້ຽມຢາມ ອີຣານ ຢ່າງເປັນທາງການ, ຕອນບ່າຍວັນທີ 08 ສິງຫາ, ຢູ່ນະຄອນຫຼວງ ເຕເຮຣານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳ, ບໍ່ແຮ່ ແລະ ການຄ້າ ອີຣານ Abbas Aliabadi, ຕ້ອນຮັບປະທານສະມາຄົມມິດຕະພາບ ອີຣານ - ຫວຽດນາມ Seyed Kamal Sajjadi.

        ທີ່ການຕ້ອນຮັບທ່ານລັດຖະມົນຕີ Abbas Aliabadi, 2 ຝ່າຍໄດ້ເຫັນດີເພີ່ມທະວີການເຮັດວຽກຂັ້ນວິຊາການ ເພື່ອຊອກຫາກົນໄກຮ່ວມມືທີ່ເໝາະສົມ, ບັນລຸປະສິດທິຜົນລະຫວ່າງ 2 ປະເທດ, ໂດຍສະເພາະແມ່ນບັນດາກົນໄກເຊື່ອມຕໍ່ລະຫວ່າງວິສາຫະກິດນຳກັນ, ທ້ອງຖິ່ນກັບທ້ອງຖິ່ນ. ລັດຖະບານ, ສະພາແຫ່ງຊາດ 2 ປະເທດສຸມໃສ່ສ້າງລະບົດກົດໝາຍ, ສ້າງສະພາບແວດລ້ອມອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດ, ທ້ອງຖິ່ນເພີ່ມທະວີການຮ່ວມມື. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ, ການຮ່ວມມືດ້ານເສດຖະກິດ, ການຄ້າແມ່ນຂົງເຂດເຊິ່ງການນຳ 2 ປະເທດເອົາໃຈໃສ່ທີ່ສຸດ. ສະນັ້ນ, ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືຈົນສຸດຄວາມສາມາດຂອງຕົນ, ເສີມຂະຫຍາຍບັນດາຄຳໝັ້ນສັນຍາໃຫ້ບັນລຸປະສິດທິຜົນ, ພ້ອມທັງສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງບັນດາວິສາຫະກິດ.

ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ ອີຣານ ເພີ່ມທະວີການຮ່ວມມື - ảnh 2 ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ອີຣານ - ຫວຽດນາມ Seyed Kamal Sajjadi
(ພາບ: TTXVN)

        ທີ່ການຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ອີຣານ - ຫວຽດນາມ Seyed Kamal Sajjadi, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາວ່າ ສະມາຄົມມິດຕະພາບ ອີຣານ - ຫວຽດນາມ ຈະສືບຕໍ່ຫັນບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນເປັນຫຼາຍຮູບຫຼາຍແບບກວ່າ, ຕັ້ງໜ້າປະກອບສ່ວນເຂົ້າໃນການພົວພັນລະຫວ່າງ 2 ປະເທດເວົ້າລວມ.

        ສ່ວນທ່ານ Seyed Kamal Sajjadi ປາດຖະໜາ ຢາກສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອີຣານ ແບ່ງປັນບົດຮຽນໃນການເຄື່ອນໄຫວຕ່າງໆ.

        ແລະກໍ່ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ເຕເຮຣານ ແລະ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອີຣານ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ເຂົ້າໃຈ ແລະ ແບ່ງປັນກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອີຣານ, ພໍ່ແມ່ປະຊາຊົນຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ. ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້. ສັນຍາທັງໝົດທີ່ໄດ້ຮັບການລົງນາມໃນການຢ້ຽມຢາມຄັ້ງນີ້ກໍ່ເປັນການປົກປ້ອງພົນລະເມືອງ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດປະຕິບັດການທຳມາຫາກິນເຊິ່ງກັນ ແລະ ກັນ”.

ຕອບກັບ

ຂ່າວ/ບົດ​ອື່ນ