ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນສ້າງຕັ້ງແລະເຂົ້າຮ່ວມສະມາຄົມຕ່າງໆ

ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນສ້າງຕັ້ງແລະເຂົ້າຮ່ວມສະມາຄົມຕ່າງໆ - ảnh 1
ຫວົໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຮ້ງຟຸກ
ກ່າວຄຳເຫັນທີ່ວາລະປະຊຸມ (ພາບ:TTXVN)

(vovworld) - ​ ​ໃຫ້​ຄວາມ​ເຫັນ​ໃສ່​ຮ່າງ​ກົດໝາຍວ່າ​ດ້ວຍ​ສະມາຄົມ​ໃນ​ວາລະ​ປະຊຸມຕອນ​​ເມື່ອ​ຕອນເຊົ້າ​ວັນ​ທີ 24/9, ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ຖື​ວ່າ: ການ​ສ້າງ​ກົດໝາຍ​ແມ່ນ​ຈຳ​ເປັນ ​ເພື່ອ​ຫັນ​ຂໍ້ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013 ກ່ຽວ​ກັບ​ສິດ​ສ້າງ​ຕັ້ງ​ສະມາຄົມ​ເປັນ​ລະບອບ​ກົດໝາຍ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຂອງ​ປະຊາຊົນ, ພ້ອມກັນ​ນັ້ນ ກົດໝາຍ​ກໍ​ຕ້ອງ​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ປະຊາຊົນ​ສ້າງ​ຕັ້ງ ​ແລະ ​ເຂົ້າ​ຮ່ວມ​ບັນດາ​​ສະມາຄົມ. ​ເມື່ອ​ສັງ​ເກດວ່າ​ນີ້ ​ແມ່ນຮ່າງ​ກົດໝາຍ​ ສຳຄັນພິ​ເສດ​, ມີ​ການກະທົບ​ເຖິງ​ສິດ​ທິມະນຸດ​, ສິດ​ຂອງ​ພົນລະ​ເມືອງ ​ແລະ ສະພາບ​ຄວາມ​ສະ​ຫງົບ​ປອ​ດ​ໄພການ​ເມືອງ​ຂອງ​ປະ​ເທດ​ຊາດຢ່າງ​ເລິກ​ເລິ່ງ, ບັນດາ​ຜູ້​ແທນລ້ວນ​ແຕ່​ເຫັນ​ດີ​ເຫັນ​ພ້ອມຢ່າງ​ສູງ​ກ່ຽວ​ກັບ​ຄວາມ​ຈຳເປັນ​ສ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະມາຄົມ​ເພື່ອ​ຫັນ​​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ເປັນ​ລະບອບ​ກົດໝາຍ ​ແລະ ຫັນ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013 ກ່ຽວ​ກັບ​ສິດ​ສ້າງ​ຕັ້ງ​ສະ​ມາ​ຄົມ​ຂອງ​ປະຊາຊົນ​ເປັນ​ລະອຽດ, ຕອບ​ສະໜອງ​ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ, ພ້ອມ​ທັງ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສະມາຄົມ ​ແລະ ​ເພີ່ມ​ທະວີ​ຜົນ​ສັກສິດ​​ໃນ​ການ​ຄຸ້ມ​ຄອງ​ຂອງ​ລັດ​ທີ່​ມີ​ຕໍ່​ສະມາຄົມ.

 

ຂ່າວ/ບົດ​ອື່ນ