ສ້າງໂຄງປະກອບງົບປະມານ, ຄຸ້ມຄອງໜີ້ສາທາລະນະຄືນໃໝ່ເພື່ອຮັບປະກັນພື້ນຖານທາງການເງິນແຫ່ງຊາດຢ່າງປອດໄພ ແລະ ຍືນຍົງ
(VOVWORLD) - ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນຫາສ້າງໂຄງປະກອບງົບປະມານແຫ່ງລັດ ແລະ ການຄວບຄຸມໜິີ້ສາທາລະນະຄືນໃໝ່, ກຳນົດທິດປັບປຸງບັນດານະໂຍບາຍພາສີພິເສດໃຫ້ສົມບູນແບບເພື່ອດຶງດູດການລົງທຶນ, ຮັບປະກັນເປົ້າໝາຍງົບປະມານ ແບບຍືນຍົງ
ກອງປະຊຸມຄົບຄະນະຕາໜ່າງຄວບຄຸມການໃຊ້ຈ່າຍພາກລັດ ທະວີບອາຊີ (ພາບ: baoquangninh.com.vn ) |
ກອງປະຊຸມຄົບຄະນະຕາໜ່າງຄວບຄຸມການໃຊ້ຈ່າຍພາກລັດ ທະວີບອາຊີ (PEMNA) ໂດຍມີການເຂົ້າຮ່ວມຂອງຜູ້ແທນສາກົນ 150 ທ່ານໄດ້ໄຂຂຶ້ນໃນວັນທີ 22 ພຶດສະພາຢ່າງເປັນທາງການ, ຢູ່ ແຂວງກ໋ວາງນິງໂດຍກະຊວງການເງິນ ຫວຽດນາມ ເປັນເປັນເຈົ້າພາບຈັດຕັ້ງດ້ວຍຫົວຂໍ້ວ່າ “ສ້າງໂຄງປະກອບງົບປະມານແຫ່ງລັດ ແລະ ການຄວບຄຸມໜິີ້ສາທາລະນະຄືນໃໝ່ເພື່ອຮັບປະກັນພື້ນຖານການເງິນແຫ່ງຊາດຢ່າງປອດໄພ ແລະ ຍືນຍົງ”
ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນຫາສ້າງໂຄງປະກອບງົບປະມານແຫ່ງລັດ ແລະ ການຄວບຄຸມໜິີ້ສາທາລະນະຄືນໃໝ່, ກຳນົດທິດປັບປຸງບັນດານະໂຍບາຍພາສີພິເສດໃຫ້ສົມບູນແບບເພື່ອດຶງດູດການລົງທຶນ, ຮັບປະກັນເປົ້າໝາຍງົບປະມານ ແບບຍືນຍົງ. ຜູ້ຕາງໜ້າກະຊວງການເງິນ ຫວຽດນາມໄດ້ແບ່ງປັນບົດຮຽນຂອງຫວຽດນາມໃນການຄວບຄຸມໜິີ້້ສາທາລະນະຢ່າງລະມັດລະວັງ ແລະ ຍືນຍົງ, ຈຳໜ່າຍພັນທະບັດລັດຖະບານ, ລາຍງານສະພາບການເງິນແຫ່ງລັດ; ຮູບແບບ ແລະ ໜ້າທີ່ຂອງ ຄັງເງິນ ຫວຽດນາມໃນສະພາບການຄຸ້ມຄອງກການເງິນພາກລັດທີ່ທັນສະໄໝ.