ສາຍທາງແດງ-ສາຍທາງຂົນຂວາຍບໍລິຈາກເລືອດຫວຽດນາມປີ2016
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 10/07, ສະຖາບັນໂລຫິກສາດ ແລະ ສົ່ງເລືອດສູນກາງຈັດຕັ້ງການປະຊຸມຂ່າວແນະນຳກ່ຽວກັບສາຍທາງແດງ - ສາຍທາງຂົນຂວາຍບໍລິຈາກເລືອດ ຫວຽດນາມ ປີ 2016. ຕາມນັ້ນແລ້ວ, ຄາດຄະເນວ່າ ການເຄື່ອນໄຫວນີ້ ຈະໄດ້ຮັບເລືອດບໍລິຈາກ 20.000 ຖົງ, ປະກອບສ່ວນ ແກ້ໄຂສະພາບການຂາດເລືອດໃນລະດູຮ້ອນ. ສາຍທາງແດງປີນີ້ ດຳເນີນໃນໄລຍະເວລາ 1 ເດືອນ, ເລີ່ມຕົ້ນແຕ່ວັນທີ 01/07 ຢູ່ 27 ແຂວງ, ນະຄອນ. ໃນນັ້ນ ຄະນະພາກໃຕ້ຈະເລີ່ມຕົ້ນແຕ່ເກາະ ຟຸ໋ກວກ ແຂວງ ກຽນຢາງ ຜ່ານ 15 ແຂວງ, ນະຄອນ. ຄະນະພາກເໜືອຈະເລີ່ມຕົ້ນແຕ່ ຮ່າໂນ້ຍ ເຖິງ 11 ແຂວງ, ນະຄອນ. ເລື່ອງຈັດຕັ້ງສາຍທາງແດງ ເພື່ອແນໃສ່ຂົນຂວາຍບັນດາເປົ້າໝາຍອື່ນໆໃນສັງຄົມ ເຂົ້າຮ່ວມການບໍລິຈາກເລືອດອາສາສະໝັກ ຫາກບໍ່ພຽງແຕ່ແມ່ນກຳລັງນັກສຶກສາຄືປະຈຸບັນ. ສາດສະດາຈານ ຫງວຽນແອງຈີ໋ ຫົວໜ້າສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ໃຫ້ຮູ້ວ່າ:
“ຄວາມຕ້ອງການສົ່ງເລືອດຢູ່ ຫວຽດນາມ ຈະນັບມື້ນັບເພີ່ມຂຶ້ນ. ພື້ນຖານການແພດຂອງ ຫວຽດນາມ ນັບມື້ນັບພັດທະນາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຄົນເຈັບ. ພຽງແຕ່ມີບັນດາເຕັກນິກສູງ ຈຶ່ງຕ້ອງສົ່ງເລືອດໂດຍສະເພາະແມ່ນການຜ່າຕັດພິເສດ. ການແພດນັບມື້ນັບພັດທະນາ, ຄວາມຕ້ອງການສົ່ງເລືອດນັບມື້ນັບເພີ່ມຂຶ້ນ. ເພາະສະນັ້ນ ອົງການອະນາໄມໂລກຢັ້ງຢືນສະພາບການນຳໃຊ້ເລືອດ ແມ່ນ 1 ໃນ 3 ມາດຖານ ເພື່ອຕີລາຄາການພັດທະນາດ້ານການແພດຂອງປະເທດ, ໂຮງໝໍ. ”