( ພາບ : http://tintuc.me)
ວັນທີ 7 ທັນວາ, ປະເທດ ຕວກກີ ໄດ້ປະກາດຫຼາຍມາດມາດຕະການລົງໂທດໃໝ່ຕ້ານ Xyri ໃນສະພາບການທີ່ 2 ປະເທດນັບມື້ນັບເຄັ່ງຕຶງເຊິ່ງກ່ຽວຂ້ອງເຖິງບັນດາການປາບປາມຜູ້ແຫ່ຂະບວນປະທ້ວງຂອງອຳນາດການປົກຄອງ Damacus. ລັດຖະມົນຕີກະຊວງພາສີ ແລະ ການຄ້າ ຕວກກີ Hayati Yazici ໃຫ້ຮູ້ວ່າ ຕວກກີ ຈະຈັດວາງອັດຕາພາສີ 30% ສຳລັບບັນດາຜະລິດຕະພັນທີ່ນຳເຂົ້າຈາກ Xyri. ນອກຈາກນັ້ນ, Ankara ກໍ່ຫ້າມລົດໃຫຍ່ທີ່ຂື້ປ້າຍທະບຽນຢູ່ Xyri ແລະ ມີເວລານຳໃຊ້ກວ່າ 20 ປີ ໄປມາຢູ່ປະເທດນີ້. ກ່ອນໜ້ານັ້ນ, ຕວກກີ ໄດ້ຈັດວາງບັນດາມາດຕະການລົງໂທດຕ້ານລະບອບຂອງທ່ານປະທານາທິບໍດີ Xyri Bashar Al Assad, ເຊິ່ງຕາມນັ້ນແລ້ວ ຕວກກີ ຫ້າມບັນດາການຕິດຕໍ່ພົວພັນກັບລັດຖະບານ ແລະ ທະນາຄານສູນກາງ ກໍ່ຄືປິກລ້ອມຊັບສົມບັດຂອງລັດຖະບານ Xyri ຢູ່ ຕວກກີ. Xyri ໄດ້ໂຕຕອບດ້ວຍການຢຸດການປະຕິບັດສັນຍາການຄ້າເສລີ 2 ຝ່າຍທີ່ໄດ້ຮັບການລົງນາມເມື່ອປີ 2004, ພ້ອມກັນນັ້ນກໍ່ຈັດວາງອັດຕາພາສີ 30% ສຳລັບສິ້ນຄ້າທີ່ນຳເຂົ້າຈາກ ຕວກກີ, ເພີ່ມລາຄານ້ຳມັນເຊື້ອໄພ ແລະ ກໍ່ສິ່ງກີດຂວາງຕໍ່ການຂົນສົ່ງສິ້ນຄ້າ.