ສານປະຊາຊົນສູງສຸດຈັດພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອ
ສານປະຊາຊົນສູນສຸດຕ້ອນຮັບຫຼຽນໄຊໂຮ່ຈິມິນຄັ້ງທີ 2
(ພາບ: dangcongsan.vn)
(vovworld) – ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອສານປະຊາຊົນສູງສຸດ ແລະ ຕ້ອນຮັບຫຼຽນໄຊໂຮ່ຈິມິນຄັ້ງທີ 2, ດຳເນີນໄປໃນຕອນເຊົ້າວັນທີ 09/09, ຢູ່ຮ່າໂນ້ຍ. ທ່ານປະທານປະເທດ ເຈືອງເຕີນຊາງ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ເນັ້ນໜັກວ່າ: ໃນໄລຍະ 70 ປີຜ່ານມາ, ລະບົບສານໄດ້ເຕີບໃຫຍ່ຢ່າງແຮງ ແລະ ບໍ່ຢຸດຢັ້ງ, ຍາມໃດກໍຕິດພັນກັບແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ປະຕິບັດພາລະບົດບາດ, ໜ້າທີ່ ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ. ກ່າວເຂົ້າສູ່ໄລຍະໃໝ່, ສິດອຳນາດຂອງສານປະຊາຊົນກໍໄດ້ຮັບການເປີດກວ້າງ. ທ່ານປະທານປະເທດ ເຊື່ອໝັ້ນວ່າ, ລະບົບສານປະຊາຊົນທຸກຂັ້ນ ຈະປະຕິບັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກສຳລັບວຽກງານສານປະຊາຊົນໃນສະພາບການໃໝ່ຢ່າງສຳເລັດ.
ທີ່ພິທີ, ສານປະຊາຊົນສູງສຸດ ໄດ້ຕ້ອນຮັບຫຼຽນໄຊໂຮ່ຈິມິນຄັ້ງທີ 2 ໂດຍປະທານປະເທດ ເຈືອງເຕີນຊາງ ມອບໃຫ້.