ສານ​ສູງ​ສຸດ​ ອາ​ເມ​ລິ​ກາ​ ອະ​ນຸ​ຍາດ​ໃຫ້ ​​ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ ​ນຳ​ໃຊ້​ເງິນ​ຂອງ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດກໍ່​ສ້າງ​ກຳ​ແພງ​ຊາຍ​ແດນ

(VOVWORLD) - ໂຄງການກໍ່ສ້າງກຳແພງຊາຍແດນລະຫວ່າງ ອາເມລິກາ - ເມັກຊີໂກແມ່ນຄຳໝັ້ນສັນຍາທີ່ສຳຄັນໃນບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງປະທານາທິບໍດີ Donald Trump.

ວັນທີ 26 ກໍລະກົດ, ສານສູງສຸດໄດ້ປະຕິເສດຄຳຕັດສິນກ່ອນໜ້ານັ້ນຂອງສານຂັ້ນລຸ່ມ ແລະ ເຫັນດີໃຫ້ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ນຳໃຊ້ບ້ວງງົບປະມານຈາກກະຊວງປ້ອງກັນປະເທດ ອາເມລິກາ ເຂົ້າໃນການກໍ່ສ້າງກຳແພງລຽບຕາມຊາຍແດນລະຫວ່າງ ອາເມລິກາ ແລະ ເມັກຊີໂກ. ດ້ວຍຄຳຕັດສິນນີ້, ອຳນາດການປົກຄອງ ປະທານາທິບໍດີ Donald Trump ອາດສາມາດນຳໃຊ້ບ້ວງເງິນ 2,5 ຕື້ USD ຈາກງົບປະມານການປ້ອງກັນ ແລະ ຕ້ານຢາເສບຕິດຂອງທຳນຽບຫ້າແຈເພື່ອໃຊ້ຈ່າຍເຂົ້າໃນການປ່ຽນແທນບັນດາຮົ້ົ້ວກັ້ນໃນປັດຈຸບັນຢູ່ Arizona, California ແລະ ເມັກຊີໂກ. ໂຄງການກໍ່ສ້າງກຳແພງຊາຍແດນລະຫວ່າງ ອາເມລິກາ - ເມັກຊີໂກແມ່ນຄຳໝັ້ນສັນຍາທີ່ສຳຄັນໃນບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງປະທານາທິບໍດີ Donald Trump.

ຕອບກັບ

ຂ່າວ/ບົດ​ອື່ນ