ທ່ານອະດີດປະທານາທິບໍດີ Mohamed Morsi
(ພາບ:phapluattp.vn)
(vovworld)- ວັນທີ 12/8, ສານອີຢີບ ຕົກລົງຈະແກ່ຍາວເວລາກັກຂັງທ່ານປະທານາທິບໍດີຜູ້ທີ່ຖືກໂຄ່ນລົ້ມ Mohamed Morsi ຕື່ມອີກ 15 ວັນເພື່ອສືບສວນກ່ຽວກັບການພົວພັນຂອງທ່ານຜູ້ນີ້ກັບຂະບວນການອິດຊະລາມ ຮາມາດ ຂອງປາແລດສະຕິນ. ກ່ອນໜ້ານັ້ນ, ວັນທີ 26/7, ສານອີຢີບ ໄດ້ອອກຄຳສັ່ງຈັບຕົວຄຸ້ມຂັງທ່ານ Mohamed Morsi ໃນເວລາ 15 ວັນເພື່ອສືບສວນກ່ຽວກັບບັນດາຂໍ້ກ່າວຫາ, ໃນນັ້ນມີການເປັນນັກສືບ, ຮ່ວມມືກັບຂະບວນການອິດຊະລາມ ຮາມາດ ເພື່ອໜີອອກຈາກຄຸກ, ປະຕິບັດບັນດາການບຸກໂຈມຕີແນໃສ່ປ້ອມຕຳຫຼວດແຫ່ງຕ່າງໆ, ມີເຈດຕະນາເຂັນຂ້າ ແລະ ລອບຈັບຕົວນາຍຕຳຫຼວດກໍ່ຄືບັນດານັກໂທດ ໃນການກໍ່ລັດຖະປະຫານເມື່ອຕົ້ນປີ 2011.
ໃນວັນດຽວກັນ, ວົງການເຈົ້າໜ້າທີ່ຂະບວນການຮາມາດ ຂອງປາແລດສະຕິນ ປະກາດວ່າ ອີຢີບ ໄດ້ເປີດດ່ານຊາຍແດນ Rafah ລະວ່າງປະເທດນີ້ກັບເຂດ ກາຊາ ຄືນໃໝ່ ພາຍຫຼັງໄດ້ປິດປະຕູມາເປັນເວລາ 4 ວັນ. ດ່ານແຫ່ງດັ່ງກ່າວກໍ່ໄດ້ເປີດເພື່ອໃຫ້ຊາວປາແລດສະຕິນ ກັບຄືນເຂດກາຊາ.