(ພາບ:vietnamplus.vn)
(vovworld)- ສານບສູງສຸດອີຢີບ (SAC) ຫາກໍ່ໂຈະການຕັດສິນກ່ຽວກັບການຄັດຄ້ານ ຂອງອົງການດຳເນີນຄະດີແຫ່ງລັດ (SLA) ສຳລັບຂໍ້ຕົກລົງຍົກເລິກການເລືອກຕັ້ງ ສະພາແຫ່ງຊາດ ໂດຍ SAC ຍົກອອກມາເມື່ອວັນທີ 6/3 ຜ່ານມາ. SAC ໂຈະການຕັດສິນເພື່ອໃຫ້ປະທານາທິບໍດີ Mohamad Morsi ກໍ່ຄືຜູ້ນຳສະພາ Shour-ສະພາສູງ ແລະ ກະຊວງຍຸດຕິທຳຢັ້ງຢືນຄວາມເປັນຈິງວ່າ ເຂົາເຈົ້າໄດ້ຕົກລົງໃຫ້ SLA ຄັດຄ້ານ. ວັນທີ 6/3 ຜ່ານມາ, SAC ໄດ້ອອກຄຳຕັດສິນຍົກເລິກລັດຖະດຳລັດຂອງປະທານາທິບໍດີ Mohamad Morsi ກ່ຽວກັບການຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດໃນວັນທີ 22/4. ເຖິງວ່າ, ປະທານາທິບໍດີ Mohamad Morsi ໄດ້ສະແດງໃຫ້ເຫັນຄວາມເຄົາລົບຄຳຕັດສິນຂອງສານ ແລະ ບໍ່ໄດ້ຄັດຄ້ານ ກໍ່ຕາມ ແຕ່ SLA ຕາງໜ້າໃຫ້ປະທານາທິບໍດີ ແລະ ບັນດາອົງການອື່ນໆຂອງລັດຖະບານ ໄດ້ຍື່ນສະເໜີໜັງສືຄັດຄ້ານໃນວັນທີ 13/3. ຄາດວ່າ, SAC ຈະອອກຄຳຕັດສິນໃນວັນທີ 7/4 ຈະມາເຖິງ.