ລາຊະອານາຈັກ Hashimite Jordan (ພາບປະກອບ)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງລາຊະອານາຈັກ Hashimite Jordan (25/5/1946 – 25/5/2015), ວັນທີ 24/5, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຝາກສານອວຍພອນເຖິງເຈົ້າຊີວິດ Jordan Abdullah II Bin Al Hussein. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ກໍ່ຝາກສານອວຍພອນເຖິງທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຊາວຕ່າງດ້າວລາຊະອານາຈັກ Hashimite Jordan Nasser Jude.