(vovworld) - ການນຳຂັ້ນສູງຫວຽດນາມ ແລະ ລາວ ສົ່ງສານອວຍພອນນຳກັນ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຫວຽດນາມ - ລາວ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong, ທ່ານປະທານປະເທດ ສສ ຫວຽດນາມ Truong Tan Sang, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ສົ່ງສານອວຍພອນ ແລະ ຊໍ່ດອກໄມ້ເຖິງບັນດາທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ຈູມມາລີ ໄຊຍະສອນ; ປະທານສະພາແຫ່ງຊາດລາວ ປານີຢາທໍ່ຕູ້; ທ່ານນາຍົກລັດຖະມົນຕີ ທອງສິງທຳມະວົງ. ສານອວຍພອນຂອງການນຳພັກ, ລັດ ຫວຽດນາມມີຕອນຂຽນວ່າ: ”ພວກຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ສຸດເມື່ອເຫັນວ່າ ໃນ 50 ປີທີ່ຜ່ານມາ, ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນທາງການທູດ, ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໄດ້ຮັບການພັດທະນາຢ່າງດີງາມ. ໂດຍສະເພາະແມ່ນການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ໃນຊຸມປີມໍ່ໆມານີ້, ພິເສດແມ່ນໃນຂົງເຂດຮ່ວມມືລົງທຶນ ແລະ ການຄ້າໄດ້ບັນລຸລະດັບເຕີບໂຕ ແລະ ປະກອບສ່ວນສຳຄັນເຂົ້າໃນກິດຈະການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດ. ພວກເຮົາເຊື່ອໝັ້ນຢ່າງແນ່ວແນ່ວ່າ, ໃນໄລຍະຈະມາເຖິງ, ດ້ວຍຄວາມມານະພະຍາຍາມສອງຂອງພັກ, ສອງລັດແລະ ປະຊາຊົນສອງປະເທດພວກເຮົາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ຈະພັດທະນາຂຶ້ນສູ່ລະດັບສູງໃໝ່, ຕອບສະໜອງຄວາມມຸ້ງມາດປາດຖະໜາຂອງປະຊາຊົນສອງປະເທດ, ຍົກສູງບົດບາດ, ອິດທິພົນຊື່ສຽງຂອງສອງປະເທດພວກເຮົາໃນພາກພື້ນ ແລະ ໃນເວທີສາກົນຢ່າງບໍ່ຢຸດຢັ້ງ”
ສ່ວນສານຂອງການນຳລາວທີ່ສົ່ງເຖິງບັນດາການນຳຫວຽດນາມ ມີຕອນຂຽນວ່າ: ”ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານຫວຽດນາມ - ລາວ ລະຫວ່າງສອງຂອງພັກ, ສອງລັດ ແລະ ປະຊາຊົນສອງປະເທດພວກເຮົາ ໂດຍທ່ານປະທານ ໂຮ່ຈິມິນ ແລະ ທ່ານປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງ ກໍ່ຕັ້ງ, ໂດຍບັນດາການນຳລຸ້ນຕ່າງໆ, ບັນດານັກປະຕິວັດ ແລະ ປະຊາຊົນຂອງແຕ່ລະປະເທດເພີ່ມພູນຄູນສ້າງນັ້ນ ໄດ້ກາຍເປັນຊັບສົມບັດລວມທີ່ລ້ຳຄ່າ, ແມ່ນກົດເກັນແຫ່ງການຄົງຕົວ ແລະ ພັດທະນາ, ແມ່ນໜຶ່ງໃນບັນດາປັດໃຈຕັດສິນຊີ້ຂາດການປະຕິວັດຂອງແຕ່ລະປະເທດ, ນັບມື້ນັບໄດ້ຮັບການພັດທະນາ ແລະ ເພີ່ມທະວີທັງລວງກວ້າງ ແລະ ລວງເລິກ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ.”