ສຳຫລວດກວດກາສວນສາທາລະນະອາໄລຫາບັນດານັກຮົບເສຍສະຫລະຊີວິດຢູ່ເກາະກາກມາ,ໝູ່ເກາະເຈື່ອງຊາ

ສຳຫລວດກວດກາສວນສາທາລະນະອາໄລຫາບັນດານັກຮົບເສຍສະຫລະຊີວິດຢູ່ເກາະກາກມາ,ໝູ່ເກາະເຈື່ອງຊາ - ảnh 1
​ສ່ວນ​ຫນຶ່ງ​ຂອງເກາ​ະ​ເຈື່ອງ​ຊາ

(vovworld)- ວັນ​ທີ 4/10, ທ່ານ ດັ້ງ​ງອກ​ຕູງ, ປະ​ທານ​ສະ​ຫ​ະ​ພັນ​ໃຫຍ່​ແຮງ​ງານ​ ຫວຽດ​ນາມ ພ້ອມ​ດ້ວຍ​ຫົວ​ຫນ່ວຍ​ໃຫ້​ຄຳ​ປຶກ​ສາ ໄດ້​ໄປ​ສຳ​ຫລວດກວດ​ກາ​​ສະ​ຖານ​ທີ່​ກໍ່​ສ້າງ​ສວນ​ສາ​ທາ​ລະ​ນະ ກາກ​ມາ ແລະ ຢ້ຽມ​ຢາມ​ພະ​ນັກ​ງານ, ນັກ​ຮົບ​ທະ​ຫານ​ເຮືອ​ເຂດ 4. ​ສວນ​ສາ​ທາ​ລະ​ນະ​ກາກ​ມາ ຈະ​ໄດ້​ຮັບ​ການກໍ່​ສ້າງ​ຢູ່​ເຂດ​ທ່ອງ​ທ່ຽວ​ທາງ​ທິດ​ເຫນືອ​ແຫລມ ກາມ​ແຣງ ຂຶ້ນ​ກັບ​ເມືອງ ກາມ​ເລີນ ແຂວງ ແຄງ​ຮ່​ວາ. ທ່ານ ດັ້ງ​ງອກ​ຕູງ, ປະ​ທານ​ສະ​ຫະ​ພັນ​ໃຫຍ່ ແຮງ​ງານ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ການ​ໄປ​ສຳ​ຫລວດກວດ​ກາ​ຄັ້ງ​ນີ້​ເພື່ອ​ໃຫ້​ບັນ​ດາ​ນັກ​ສະ​ຖາ​ປະ​ນິກ​ມີ​ບັນ​ດາ​ເອ​ກະ​ສານ​ຕື່ມ​ອີກ​, ເຫັນ​ໄດ້​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ, ການ​ເສຍ​ສະ​ຫລະ​ຢ່າງ​ພິ​ລະ​ອາດ​ຫານ​ຂອງ​ບັນ​ດາ​ນັກ​ຮົບ​ພວກ​ເຮົາ. ປາດ​ຖະ​ຫນາ​ວ່າ​ຢາກກໍ່​ສ້າງ​ແຫ່ງນີ້​ກາຍ​ເປັນ​ສວນ​ສາ​ທາ​ລະ​ນະ​ເພື່ອ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ທີ່​ໄດ້​ເສ​ຍ​ສະ​ຫລະ​ຊີ​ວິດ​ເພື່ອ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.”

 

 

 

ຂ່າວ/ບົດ​ອື່ນ