(ງານວາງສະແດງຮູບພາບກ່ຽວກັນການເຄື່ອນໄຫວກໍ່ສ້າງເກາະ
ທຽມຜິນກົດໝາຍຂອງຈີນຢູ່ທະເລຕາເວັນອອກ ຢູ່ Daejeon)
(vovworld) – ງານວາງສະແດງຮູບພາບດຳເນີນໃນລະຫວ່າງວັນທີ 11 – 12/10 ຢູ່ນະຄອນ Daejeon, ແນະນຳໃຫ້ຜູ້ຊົມຮູບພາບ 80 ກ່ວາແຜ່ນ ກ່ຽວກັບການເຄື່ອນໄຫວຖົມດິນກໍ່ສ້າງເກາະຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ ກໍຄືບາງແຜນທີ່ບູຮານຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ງານວາງສະແດງຮູບພາບ ໂດຍສະມາຄົມຊາວ ຫວຽດນາມ ຢູ່ Daejeon ແລະ ສາດສະດາຈານ Kim Huyn Joong ຂຶ້ນກັບ ມະຫາວິທະຍາໄລ Konyang ສົມທົບກັນຈັດຕັ້ງໃນຂອບເຂດງານບຸນວັດທະນະທຳ ຫວຽດນາມ ຢູ່ Daejeon ຄັ້ງທີ 2 ພວມດຳເນີນຢູ່ທີ່ນີ້. ນີ້ກໍແມ່ນງານວາງສະແດງຮູບພາບຄັ້ງທີ 3 ກ່ຽວກັບຫົວຂໍ້ດັ່ງກ່າວ ຢູ່ ສ.ເກົາຫຼີ, ພາຍຫລັງຈັດງານວາງສະແດງ 2 ຄັ້ງຢູ່ນະຄອນ Busan ແລະ Gwangju. ເຂົ້າຮ່ວມງານວາງສະແດງຮູບພາບ ທ່ານຟ້າມຮືວຈີ໋ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫວັງວ່າ: ໂດຍຜ່ານການເຄື່ອນໄຫວດັ່ງກ່າວ ປະຊາຊົນ ສ.ເກົາຫຼີ ແລະ ເພື່ອນມິດສາກົນ ໄດ້ເຫັນແຈ້ງການເຄື່ອນໄຫວຂອງ ຈີນ ກໍ່ສ້າງເກາະທຽມຜິດກົດໝາຍໄດ້ລ່ວງລະເມີດອະທິປະໄຕຂອງ ຫວຽດນາມ ຢ່າງຮ້າຍແຮງ, ພ້ອມທັງ ເຂົ້າໃຈແຈ້ງກ່ວາກ່ຽວກັບປະຫວັດສາດ ແລະ ການຕໍ່ສູ້ປົກປັກຮັກສາອະທິປະໄຕຢູ່ທະເລຕາເວັນອອກຂອງປະຊາຊົນ ຫວຽດນາມ.