ສ.ເກົາຫຼີຊ້ອນຮົບທະຫານປືນໃຫຍ່ຢູ່ເຂດຊາຍແດນທະເລຕິດກັບສປປ.ເກົາຫຼີ
ປືນໃຫຍ່ເຄື່ອນເອງ K9 (ພາບ: Militari-Today/TTXVN)
(vovworld) - ວັນທີ 12/05, ກອງທັບ ສ.ເກົາຫຼີ ດຳເນີນການຊ້ອນຮົບທະຫານປືນໃຫຍ່ຢູ່ເຂດນ່ານທະເລຕິດກັບ ສປປ.ເກົາຫຼີ ດ້ວຍການເຂົ້າຮ່ວມຂອງປືນໃຫຍ່ເຄື່ອນເອງ (K9) ຫລາຍກະບອກ. ເຈົ້າໜ້າທີ່ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ: ກຳລັງທະຫານເຮືອສູ້ຮົບທາງບົກໄດ້ປະຕິບັດການຊ້ອນຮົບດັ່ງກ່າວໃນເລວາປະມານ 1 ຊົ່ວໂມງ, ເລີ່ມແຕ່ 16 ໂມງ (ຕາມເວລາທ້ອງຖິ່ນ), ຢູ່ບັນດາເກາະ Baengnyeong ແລະ Yeonpyeong. ບັນດາກຳລັງເຂົ້າຮ່ວມການຊ້ອນຮົບໄດ້ຍິງລູກປືນໃຫຍ່ K9 ປະມານ 400 ລູກ ແລະ ລະບົບລູກຈະຫລວດ Kooryong ໄປທາງໃຕ້ຕາມເສັ້ນຊາຍແດນທະເລ.
ຕາມຝ່າຍກອງທັບ ສ.ເກົາຫຼີ ແລ້ວ, ການຊ້ອນຮົບຄັ້ງໃໝ່ນີ້ ມີລັກສະນະປ້ອງກັນ ແລະ ນີ້ແມ່ນສ່ວນໜຶ່ງຂອງບັນດາການເຄື່ອນໄຫວຊ້ອນຮົບເປັນປະຈຳ. ໃນການຊ້ອນຮົບ, ກຳລັງທະຫານເຮືາ ໄດ້ກວດກາສະພາບການກຽມພ້ອມສູ້ຮົບໃນກໍລະນີບັນດາເກາະຢູ່ເຂດຕາເວັນຕົກສ່ຽງເໜືອຖືກບຸກໂຈຕີ.